ພາບປະກອບ
(vovworld) – ກ່າວຄຳເຫັນທີ່ກອງປະຊຸມດຳເນີນໄປໃນຕອນເຊົ້າວັນທີ 17/1, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ດິງຈູງຕູ້ງ ໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13 (ໃນເດືອນ 11/2014), ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລື, ປະກອບຄຳເຫັນຄັ້ງທຳອິດໃສ່ປະມວນກົດໝາຍແພ່ງ (ສະບັບປັບປຸງ). ນີ້ແມ່ນການປັບປຸງໃຫຍ່ ດ້ວຍຈຸດປະສົງສ້າງປະມວນກົດໝາຍແພ່ງກາຍເປັນກົດໝາຍລວມຂອງລະບົບກົດໝາຍຢ່າງແທດຈິງ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງແນະນຳບັນດາເນື້ອໃນກ່ຽວຂ້ອງເຖິງການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນໃສ່ປະມວນກົດໝາຍແພ່ງ (ສະບັບປັບປຸງ) ເພື່ອໃຫ້ບັນດາຜູ້ລາຍງານດ້ານກົດໝາຍຂຶ້ນກັບບັນດາອົງການສູນກາງ ແລະ ທ້ອງຖິ່ນ ເຂົ້າໃຈແຈ້ງບັນດາເນື້ອໃນ, ຮູບແບບການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນໃສ່ປະມວນກົດໝາຍແພ່ງ (ສະບັບປັບປຸງ).