ກອງປະຊຸມແລກປ່ຽນການເຄື່ອນໄຫວຂອງສະພາປະຊາຊົນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້

ກອງປະຊຸມແລກປ່ຽນການເຄື່ອນໄຫວຂອງສະພາປະຊາຊົນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ - ảnh 1
ທ່ານ​ນາງ ຕອງ​ທິ​ຟ້ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ


(vovworld)-  ກອງ​ປະ​ຊຸມ​ແລກ​ປ່ຽນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ​ກ່ຽວ​ກັບ​ການ​ຮ່ວມ​ສຳ​ພັນ​ເຂດ ໄດ້​ຖືກ​ຈັກ​ຂຶ້ນ​ຢູ່​ແຂວງ ເບັນ​ແຈ​ໃນ​ວັນ​ທີ 5/11. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຕອງ​ທິ​ຟ້ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ ເພື່ອ​ສືບ​ຕໍ່​ສ້າງ​ແຜນ​ນະ​ໂນ​ບາຍ, ທັດ​ສະ​ນະຂອງ​ພັກ, ລັດ​ໃຫ້​ເປັນ​ລະ​ບອບ​ກົດ​ໝາຍນັ້ນ, ຕ້ອງ​ມີ​ກົນ​ໄກ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ​ເພື່ອ​ປຸກ​ລຸກ​ຄ່​ວາມ​ສາ​ມາດ​ບົ່ມ​ຊ້ອນ ທາ່​ແຮງຂອງ​ແຕ່ລະ​ເຂດ. ທ່ານ​ນາງ​ຕ່ອງ​ທິ​ຟ້ອງ​ກ່າວ​ວ່າ:

    “ສະ​ພາ​ປະ​ຊາ​ຊົນບັນ​ດາ​ທ້ອງ​ຖິ່ນ​ຄວນມີ​ການສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ເຂດ, ເພື່ອກວດ​ກາສ້າງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ​ໃຫ້​ສົມ​ບູນ​ແບບ. ການ​ປະ​ກາດ​ໃຊ້​ມະ​ຕິ​ຂອງ ສະ​ພາ​ປະ​ຊາ​ຊົນ​ຄວນ​ຄິດ​ໄລ່​ເຖິງ​ປັດ​ໄຈ​ສອດ​ຄ່ອງ​ກັບ​ບັນ​ດາ​ແຜນ​ການ, ແຜນ​ກຳ​ນົດ​ສັງ​ລວມ​ທີ່​ໄດ້​ອະ​ນຸ​ມັດ​ຜ່ານ​ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ ແລະ ພັດ​ທະ​ນາ​ກະ​ສີ​ກຳ​ທີ່​ມີ​ຄຸ​ນະ​ພາບ​ສູງ ”

ຂ່າວ/ບົດ​ອື່ນ