ກອງປະຊຸມແລກປ່ຽນປຶກສາຫາລືກ່ຽວກັບບັນຫາຮ່ວມສຳພັນລະຫວ່າງເຂດ
ກອງປະຊຸມແລກປ່ຽນປຶກສາຫາລືກ່ຽວກັບ
ບັນຫາຮ່ວມສຳພັນລະຫວ່າງເຂດ
|
(Vovworld)- ວັນທີ 14/9, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນກອງປະຊຸມແລກປ່ຽນສຳຫຼວດກວດຄືນການປະຕິບັດຂໍ້ກຳນົດ 96 ຂອງກົມການເມືອງສູນກາງພັັກ ກ່ຽວກັບພາລະໜ້າທີ່,ສິດອຳນາດ, ການຈັດຕັ້ງກົງຈັກ, ການພົວພັນວຽກງານຂອງບັນດາຄະນະຊີ້ນຳ ແລະ ແລກປ່ຽນປຶກສາຫາລືກ່ຽວກັບບັນຫາຮ່ວມສຳພັນລະຫວ່າງເຂດ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາສຫາລືບັນຫາ ຮ່ວມສຳພັນລະຫວ່າງເຂດ ລະຫວ່າງ 3 ເຂດຄື ເຂດທາງທິດຕາເວັນຕົກສ່ຽງເໜືອ ເຂດທາງທິດຕາເວັນຕົກພາກໃຕ້ ແລະ ເຂດໄຕງວຽນ ແລະ ການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນໃນເຂດ. ບັນດາຜູ້ແທນໄດ້ເນັ້ນໜັກວ່າ ເພື່ອໃຫ້ການຮ່ວມສຳພັນບັນລຸປະສິດທິຜົນຢ່າງແທ້ຈິງນັ້ນ, ບັນດາຄະນະຊີ້ນຳເຂດຕ້ອງສວມບົດບາດສຳຄັນໃນການໃຫ້ຄຳປຶກສາແກ່ທ້ອງຖິ່ນ ເພື່ອເຫັນໄດ້ເຖິງຜົນປະໂຫຍດ ຮ່ວມທີ່ນຳມາສູ່ເຂດ, ການຊຸກຍູ້ການພັດທະນາເສດຖະກິດ-ສົງຄົມຕາມທິດແບບຍືນຍົງ ແມ່ນພື້ນຖານສຳຄັນເພື່ອຍູ້ໄວການຫັນເຂດເປັນອຸດສາຫະກຳ ແລະ ທັນສະໄໝ, ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດທາງທິດຕາເວັນຕົກສ່ຽງເໜືອ ສະເໜີວ່າ :
“ ບັນດາຄະນະ, ຂະແໜງການຂັ້ນຕ່າງໆ ຈົ່ງສືບຕໍ່ຄົ້ນຄ້ວາກ່ຽວກັບຂໍ້ສະເໜີກົນໄກຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນໃນເຂດ ແລະ ຮ່ວມສຳພັນລະຫວ່າງເຂດ, ເປັນຕົ້ນແມ່ນບັນດາເຂດເສດຖະກິດຈຸດສຸມ; ສືບຕໍ່ປະຕິບັດບັນດາແຜນ ຮ່າງວິທະຍາສາດ ແລະ ເຕັກໂນໂລຢີໃຫ້ແກ່ເຂດ ໂດຍສະເພາະແມ່ນການຜະລິດກະສີກຳປ່າໄມ້ຕິດພັນກັບອຸດສາຫະກຳດັດປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຜ່ອນເບົາໄພທຳມະຊາດ. ພ້ອມກັນນັ້ນ ກໍຕ້ອງມີການສົມທົບ ແກ້ໄຂບັນດາປະຊາຊົນອົບພະຍົບຢ່າງເສລີຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ເຂດໄຕງວຽນ ເພື່ອຮັບປະກັນຄວາມສະຫງົບ- ການເມືອງ- ສົງຄົມຢູ່ 3 ເຂດ ”