ກອງປະຊຸມແຫ່ງຊາດ ອະດີດນັກສຶກສາ ຫວຽດນາມຈົບຈາກ ອົດສະຕາລີ
ທີ່ພິທີໄຂກອງປະຊຸມ
(ພາບ:VOV)
(vovworld)- ກອງປະຊຸມແຫ່ງຊາດອະດີດນັກສຶກສາຫວຽດນາມທີ່ຈົບຈາກອົດສະຕາລີ ໂດຍສະຖານທູດອົດສະຕາລີ ປະຈຳຮ່າໂນ້ຍ ຈັດຂຶ້ນໃນວັນທີ14/12 ດ້ວຍຫົວຂໍ້ “ ສະເຫຼີມສະຫຼອງ 40 ປີ ແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ-ອົດສະຕາລີ : ການສຶກສາເພື່ອການພັດທະນາ-ການຮ່ວມມື ແລະ ກຳນົດທິດໃນອະນາຄົດ “.
ກອງປະຊຸມແມ່ນໂອກາດຫວນຄືນບັນດາການປະກອບສ່ວນຂອງອະດີດນັກຮຽນນັກສຶກສາ, ນັກສຶກສາຫວຽດນາມ ຢູ່ອົດສະຕາລີ ໃຫ້ແກ່ການພັດທະນາຂອງຫວຽດນາມ ກໍ່ຄືໃຫ້ແກ່ວຽກງານເປີດກວ້າງບັນດາການພົວພັນໃນຫຼາຍຂົງເຂດລະຫວ່າງສອງປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນກວ່າງກຸ້ຍ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຊີ້ແຈ້ງວ່າ :
“ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຕີລາຄາສູງຄວາມເອົາໃຈໃສ່ຂອງລັດຖະບານອົດສະຕາລີ ແລະ ການຮ່ວມມືທີ່ມີປະສິດທິຜົນຂອງບັນດາຮາກຖານການສຶກສາຂອງອົດສະຕາລີ ໃນການຊ່ວຍເຫຼືອ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນອົດສະຕາລີ ຊື່ງໄດ້ສະຫງວນໃຫ້ຂະແໜງສຶກສາຫວຽດນາມ ຕະຫຼອດໄລຍະຜ່ານມາ”.