ມີນັກທຸລະກິດໜຸ່ມ 600 ກວ່າຄົນທີ່ຕ່າງໜ້າໃຫ້ແກ່ນັກທຸລະກິດ ກວ່າ 9.000 ຄົນໃນທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມຫວຽດນາມທົ່ວປະເທດຄັ້ງທີ 4 ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 27/12, ຢູ່ຮ່າໂນ້ຍ. ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນບົດບາດອັນໃຫຍ່ຫຼວງຂອງກຳລັງນັກທຸລະກິດໜຸ່ມໃນການພັດທະນາເສດຖະກິດ, ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນເງື່ອນໄຂປະຈຸບັນ, ນັກທຸລະກິດໜຸ່ມຕ້ອງມີວິໄສທັດຍຸດທະສາດ, ມີຈິນຕະນາການທີ່ມີຫົວຄິດປະດິດສ້າງ, ຮູ້ຂຸດຄົ້ນຕະຫຼາດໃໝ່, ສ້າງກຳລັງຄວາມແກ່ງແຍ້ງສູງໃນຕະຫຼາດ. ສະມາຄົມນັກທຸລະກິດໜຸ່ມຄວນສູ້ຊົນເພື່ອກາຍເປັນແຫ່ງທີ່ເຕົ້າໂຮມນັກທຸລະກິດໜຸ່ມ, ຫັນຮູບການສາມັກຄີເປັນຫຼາຍຮູບຫຼາຍແບບ, ນຳໜ້າໃນແນວຮົບທາງດ້ານເສດຖະກິດ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການພັດທະນາຂອງປະເທດຊາດ.
”ພ້ອມກັບຂະບວນການພັດທະນາປະເທດຊາດ, ພວກເຮົາໄດ້ເຫັນປະຈັກຕາການພັດທະນາກະໂດດຂັ້ນຂອງນັກທຸລະກິດ, ພິເສດແມ່ນນັກທຸລະກິດໜຸ່ມ. ດ້ວຍຄວາມສຸດຈິດສຸດໃຈຂອງຕົນ ໄດ້ມີການກະທຳຢ່າງແທດຈິງ, ຍົກສູງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ກ້ານຳໃຊ້ວິທະຍາສາດເຕັກນິກ, ສ້າງຄວາມຮັ່ງມີຢ່າງຊອບທຳ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ”.
ໃນອາຍຸການຜ່ານມາ, ວຽກງານສະມາຄົມ ແລະຂະບວນການນັກທຸລະກິດໜຸ່ມຫວຽດນາມໄດ້ມີບາດກ້າວພັດທະນາຢ່າງແຮງນັບທັງດ້ານຈຳນວນ ແລະ ຄຸນນະພາບ. ທົ່ວປະເທດມີ 66 ສະມາຄົມນັກທຸລະກິດໜຸ່ມ, ດ້ວຍສະມາຊິກເກືອບ 9.000 ຄົນ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໄດ້ກວ່າ 1,5 ລ້ານຄົນ, ຍອດລາຍຮັບໃນແຕ່ລະປີບັນລຸ 25 ຕຶ້ USD.