ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມຈະດຳເນີນແຕ່ວັນທີ20-28/1/2015

ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມຈະດຳເນີນແຕ່ວັນທີ20-28/1/2015 - ảnh 1
ທ່ານຮ່​ວາງ​ບີງກວນ ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປ​ະ​ເທດ​ສູນ​ກາງ
​ພາບ:vietnamnet.vn

(vovworld)- ຕອນ​ບ່າຍ​ວັນ​ທີ 22/12 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ໄດ້​ຈັດ​ຕັ້ງ​ການ​ປະ​ກາດ​ກ່ຽວ​ກັບ ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມາ​ຍັງ​ຄະ​ນະ​ທູ​ຕາ​ນຸ​ທູດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຢູ່ ຫວຽດ​ນາມ. ຢູ່​ທີ່ນີ້ ທ່ານ​ຮ່​ວາງ​ບີງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປ​ະ​ເທດ​ສູນ​ກາງ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາ​ມ ຈະ​ດຳ​ເນີນ​ແຕ່ວ​ັນ​ທີ 20 -28/1/2016 ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ ມີ​ຜູ້​ແທນກວ່າ 1.500 ຄົນ, ຕາງ​ຫນ້າ​ໃຫ້​ສະ​ມາ​ຊິກ​ພັກ​ກວ່າ 4,5 ລ​້ານ​ຄົນ.

ຂ່າວ/ບົດ​ອື່ນ