ກອງປະຊຸມໃຫຍ່ສະ ມາຄົມມິດຕະພາບ ຫວຽດນາມ-ຟີລິບປິ່ນ ຄັ້ງທີ 1



ກອງປະຊຸມໃຫຍ່ສະ ມາຄົມມິດຕະພາບ ຫວຽດນາມ-ຟີລິບປິ່ນ ຄັ້ງທີ 1 - ảnh 1
(ພາບ:dan tri.com)

(vovworld)​ ​- ​ວັນທີ 29/10, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ຟີລິບປິ່ນ ເປັນສະມາຊິກທີ 111 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ດຳເນີນກອງປະຊຸມໃຫຍ່ເປັນຄັ້ງທຳອິດ ອາຍຸການ ປີ 2014-2019.

  ຕາງໜ້າໃຫ້ຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ ວູຊວນຮົງ ປະທານ ສະຫະພັນບັນດາອົງການມິດຕະພາບຫວຽດນາມເນັ້ນໜັກວ່າ : ພັກ, ລັດຫວຽດນາມຖືເປັນສຳຄັນ ເລື່ອງເພີ່ມທະວີ ການພົວພັນມິດຕະພາບ ຮ່ວມມືກັບບັນດາປະເທດພາກພື້ນອາຊີຕາເວັນອອກສ່ຽງໃຕ້,   ໃນນັ້ນ ມີຟີລິບປິ່ນ. ສະມາ ຄົມມິດຕະພາບ ຫວຽດນາມ-ຟີລິບປິ່ນ ໄດ້ສ້າງຂຶ້ນ ແລະ ເຂົ້າເຄື່ອນໄຫວ ແມ່ນບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບ, ຮ່ວມມື ແລະ ພົບປະແລກປ່ຽນປະຊາຊົນ 2 ປະເທດ. ທ່ານ ວູຊວນຮົງ ຢືນຢັນວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສົມທົບ ແລະ ໜູນຊ່ວຍ ການເຄື່ອນໄຫວຂອງສະ​ມາ​ຄົມ  ເພື່ອຍົກສູງປະສິດທິຜົນຂອງການຮ່ວມມື ລະຫວ່າງ ປະຊາຊົນ2ປະເທດ,  ທ່ານປະທານ ວູຊວນຮົງ  ຊີ້ແຈ້ງວ່າ :  ກອງປະຊຸມມິດຕະພາບຫວຽດນາມ-ຟີລິບປິ່ນ ພ້ອມກັບບັນດາອົງການສອງຝ່າຍອື່ນ ຂອງຫວຽດນາມ ແລະ ບັນດາປະເທດອາຊຽນ      ຈະເພີ່ມທະວີການຮ່ວມມື,ພ້ອມກັນຈັດຕັ້ງການເຄື່ອນໄຫວໃຫ້ແທດຈິງຫຼາຍຢ່າງ, ມີປະສິດ ທິຜົນ, ປະກອບສ່ວນ ເຂົ້າໃນເລື່ອງເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນ   ຫວຽດນາມ ແລະ ຟີລິບປິ່ນເວົ້າສະເພາະ, ປະຊາຊົນບັນດາປະເທດອາຊຽນເວົ້າລວມ, ປະກອບສ່ວນສ້າງປະຊາຄົມອາຊຽນໃນປີ 2015.

ຂ່າວ/ບົດ​ອື່ນ