ກອງປະຊຸມໃຫຍ່ສະມາຄົມຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ຍີ່ປຸ່ນ

ກອງປະຊຸມໃຫຍ່ສະມາຄົມຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ຍີ່ປຸ່ນ - ảnh 1
ນັກສຶກສາ ຫວຽດນາມ ຮຳ່ຮຽນຢູ່ ຍີ່ປຸ່ນ
(ພາບປະກອບ)


(vovworld) - ສະມາຄົມ​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ຢູ່ ຍີ່ປຸ່ນ (VYSA) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ສະຫລຸບອາຍຸ​ການ 2013 – 2014 ​ໃນວັນ​ທີ 19/1, ຕີ​ລາຄາ​ກ່ຽວ​ກັບ​ບັນ​ດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ​ສະ​ເໜີຄະນະ​ບໍລິຫານ​​ໃໝ່ ກໍ່​ຄື​ບັນດາ​ຈຸດໝາຍ​ເຄື່ອນ​ໄຫວ​ລະອຽດ​​ໃນ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮື​ງ ຖື​ວ່າ: ບັນດາ​ກາ​ນ​ເຄື່ອນ​ໄຫວ​​ແທດ​ຈິງ​ຂອງ VYSA ຄື: ​ແນະນຳ​ກ່ຽວ​ກັບ​ວັດທະນະທຳ, ສີ​ລະ​ປະ, ບັນດາ​ຈຸດດີ​ງາມ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ ກັບ​ເພື່ອນ​ມິດ ຍີ່​ປຸ່ນ ​ແລະ ສາກົນ, ປະກອບ​ສ່ວນ​ຊຸກຍູ້​ວິວັດ​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ຍີ່ປຸ່ນ. ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮື​ງ ຢັ້ງຢືນ​ວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ບັນດາ​ຂະ​ບວນການ​ຂອງ VYSA, ດຶງ​ດູດ ​ແລະ ມຸ່ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ VYSA ​ເຂົ້າ​​ເຫດການ​ກ່ຽວ​ຂ້ອງ​ເຖິງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ເພື່ອ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ນັບ​ມື້​ນັບ​ແໜ້ນ​ແຟ້ນ.

 

ຂ່າວ/ບົດ​ອື່ນ