ກະກຽມເງື່ອນໄຂເພື່ອຜ່ານດ່ານຂົວບັກລວນ II

(VOVWORLD) -ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບການຮັບປະກັນການເຄື່ອນໄຫວສົ່ງອອກ - ນຳເຂົ້າ, ຂົນສົ່ງສິນຄ້າຜ່ານດ່ານຊາຍແດນໄດ້ດຳເນີນໄປເປັນປົກກະຕິ, 

ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກໄວຣັດໂຄໂຣນາ, ນະຄອນ ໝ໊ອງກ໊າຍ (ແຂວງ ກ໋ວາງນິງ) ແລະ ນະຄອນ ຕຸງຊິງ (ປະເທດ ຈີນ) ພວມກະກຽມເງື່ອນໄຂຈຳເປັນ ເພື່ອຜ່ານດ່ານຂົວບັກລວນ II ຄືນໃໝ່.

ກະກຽມເງື່ອນໄຂເພື່ອຜ່ານດ່ານຂົວບັກລວນ II  - ảnh 1 ກະກຽມເງື່ອນໄຂເພື່ອຜ່ານດ່ານຂົວບັກລວນ II 

ຕາມຈິດໃຈການພົບປະເຈລະຈາລະຫວ່າງນະຄອນ ໝ໊ອງກ໊າຍ ແລະ ນະຄອນ ຕຸງຊິງ (ຈີນ) ກ່ຽວກັບແຜນການຜ່ານດ່ານຄືນໃໝ່ສຳລັບຂົວບັກລວນ II, 2 ຝ່າຍໄດ້ຫັນດີເປັນເອກະພາບຕໍ່ບັນດາມາດຕະການກັກກັນພະຍາດ, ປ້ອງກັນເຊື້ອພະຍາດຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ