(VOVWORLD) -ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ຮຽກຮ້ອງວ່າ ຕ້ອງນຳໃຊ້ເວລາຫຼາຍທີ່ສຸດ ເພື່ອປຶກສາຢູ່ໜ່ວຍ ແລະ ຢູ່ຫໍປະຊຸມ;
(ພາບ: quochoi.vn)
ຕອນບ່າຍວັນທີ 18 ຕຸລາ, , ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ເຮັດວຽກກັບຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບການກະກຽມບັນດາເງື່ອນໄຂຈັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 15 ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 20 ຕຸລາ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ເນັ້ນໜັກວ່າ ຄຳຮຽກຮ້ອງອັນໃຫ່ຍຫຼວງໄດ້ວາງອອກໃນວິວັດການກະກຽມ ແລະ ຈັດສະໄໝປະຊຸມຄັ້ງນີ້ ແມ່ນທັງພະຍາຍາມຫລຸດເວລາເຮັດວຽກ ແຕ່ຍັງຕ້ອງຮັບປະກັນຄຸນນະພາບບັນດາຂໍ້ຕົກລົງຂອງສະພາແຫ່ງຊາດ ສຳລັບການພັດທະນາຂອງປະເທດຊາດ ໃນປີ 2022 ແລະ ຊຸມປີຕໍ່ໄປ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19.
ໃນວິວັດການຈັດສະໄໝປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ຮຽກຮ້ອງວ່າ ຕ້ອງນຳໃຊ້ເວລາຫຼາຍທີ່ສຸດ ເພື່ອປຶກສາຢູ່ໜ່ວຍ ແລະ ຢູ່ຫໍປະຊຸມ; ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບວຽກງານເລຂາ; ສະຫລຸບຄຳເຫັນປຶກສາຫາລື ແລະ ອະພິປາຍບັນດາບັນຫາໄດ້ວາງອອກຜ່ານການປຶກສາຫາລື.