ກະຊວງການຄ້າອາເມລິກາຈັດວາງອັດຕາພາສີສູງສຳລັບປາຈາ,ບາຊາຂອງຫວຽດນາມ

ກະຊວງການຄ້າອາເມລິກາຈັດວາງອັດຕາພາສີສູງສຳລັບປາຈາ,ບາຊາຂອງຫວຽດນາມ - ảnh 1
ປາບາຊາຢູ່ຫວຽດນາມ
ພາບ:internet


(vovworld)- ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຫາ​ກໍ່​ປະກາດ​ກ່ຽວ​ກັບ​ຂໍ້​ຕົກລົງ​ໂດຍ​ສັງ​ເຂ​ບກ່ຽວກັບ​ການ​ກວດກາ​ບໍ​ລິຫາ​ນຄັ້ງ​ທີ 9 ສຳລັບ​ປາຈາ ​ແລະ ບາ​ຊາ ນຳ​ເຂົ້າ​ຈາກ​ຫວຽດນາມ ​ແລະ ປະກາດ​ອັດຕາພາສີສຳລັບ​ປາຈາ​ແຊ​ເຢັນ​ຂອງ​ຫວຽດນາມ ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ອາ​ເມ​ລິ​ກາ. ວັນ​ທີ 4/9,  ຜູ້ຕາງຫນ້າ​ທູດ​ການ​ຄ້າ​ຫວຽດນາມ​ປະຈຳ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຂໍ້​ຕົກລົງ​ໂດຍ​ບັງ​ເອີນ ​ແລະ ມີ​ຄວາມ​ຂັດ​ແຍ້​ງຫລາຍ​ຢ່າງ.  ຕາມ​ຂັ້ນ​ຕອນ​ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ, ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ປາຈາ, ບາ​ຊາ ຂອງ​ຫວຽດນາມ ຈະ​ມີ​ເວລາ 4 ​ເດືອນ​ເພື່ອ​ພິຈາລະນາ, ຟ້ອງ​ຮ້ອງ​ກ່ຽວ​ກັບ​ຂໍ້​ຕົກລົງ​ຂອງ​ການ​ກວດກາ​ບໍລິຫານ​ຄັ້ງ​ທີ 9.

 

ຂ່າວ/ບົດ​ອື່ນ