ກະຊວງຍຸຕິທຳ 2 ປະເທດ ຫວຽດນາມ - ລາວ ຮ່ວມມືນັບມື້ນັບມີປະສິດທິຜົນ ວັນຈັນ ທີ 27 ພະຈິກ ຄ.ສ. 2017 | 17:37:00 (VOVWORLD) - ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ປະຕິບັດສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດແພ່ງ ແລະ ອາຍາລະຫວ່າງ 2 ປະເທດເປັນຢ່າງດີ ທ່ານລັດຖະມົນຕີ ເລແທ່ງລອງ ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 27 ພະຈິກ, ທີ່ນະຄອນຫລວງ ວຽງຈັນ ປະເທດ ລາວ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ເປັນຫົວໜ້າຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳ 2 ປະເທດໃນໄລຍະຜ່ານມາ; ຢືນຢັນການຮ່ວມມືນີ້ ປະກອບສ່ວນເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ການເຈລະຈາລະຫວ່າງ 2 ກະຊວງ ແລະກໍ່ໃນຕອນເຊົ້າວັນທີ 27 ພະຈິກ, ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ນຳໜ້າໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ລາວ ໂດຍທ່ານລັດຖະມົນຕີ ໄຊສີ ສັນຕິວົງ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ປະຕິບັດສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດແພ່ງ ແລະ ອາຍາລະຫວ່າງ 2 ປະເທດເປັນຢ່າງດີ ພ້ອມທັງກະກຽມຈັດຕັ້ງກອງປະຊຸມເສັ້ນທາງຊາຍແດນຄັ້ງທີ 4 ໃຫ້ສຳ ເລັດຜົນ. ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ຫວຽດນາມ ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ລາວ ພິທີລົງນາມລະຫວ່າງ 2 ກະຊວງ Tag VOV VOVworld ກະຊວງຍຸຕິທຳ ລາວ ຕອບກັບ ສົ່ງ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ ລາຍການ “ຫວຽດນາມ - ສັງກາດບຸກບືນ” ຕ້ອງສົ່ງສານດ້ານຈິດໃຈຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມເຊື້ອໝັ້ນຕົນເອງຮ່ວມເດີນທາງພ້ອມກັບໂລກ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສສົນທະນາການຮ່ວມມື ອາຊີ ຄັ້ງທີ 3
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ
ລາຍການ “ຫວຽດນາມ - ສັງກາດບຸກບືນ” ຕ້ອງສົ່ງສານດ້ານຈິດໃຈຄວາມເອກອ້າງທະນົງໃຈຂອງຊາດ, ມີຄວາມເຊື້ອໝັ້ນຕົນເອງຮ່ວມເດີນທາງພ້ອມກັບໂລກ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ