ກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບກຸ່ມທີ 2 - ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ກັບມາປະເທດ

(VOVWORLD) -ໃນການເຮັດວຽກເປັນເວລາເກືອບ 14 ເດືອນຢູ່ຊູດັງໃຕ້, ໂຮງໝໍໄດ້ກວດ, ປິ່ນປົວພະຍາດໃຫ້ຄົນເຈັບກວ່າ 2.000 ຄົນ, ຜ່າຕັດໃຫ້ຄົນເຈັບໄດ້ 62 ກໍລະນີ…
ກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບກຸ່ມທີ 2 - ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ກັບມາປະເທດ - ảnh 1 (ກຸ່ມທີ 2 - ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ກັບມາປະເທດ)

ຕອນຄ່ຳວັນທີ 29 ພະຈິກ, ກຸ່ມ 2 ດ້ວຍພະນັກງານ, ນັກຮົບ, ແພດໝໍໂຮງໝໍກາງສະໜາມຂັ້ນ 2, ເລກ 1 ໄດ້ກັບມາຮອດສະໜາມບິນ ເຕິນເຊີນເຍິດ, ປະຕິບັດສຳເລັດໜ້າທີ່ທຳອິດຢູ່ຄະນະປະຕິບັດງານຮັກສາສັນຕິພາບຢູ່ Bentiu, ຊູດັງໃຕ້.

        ໃນການເຮັດວຽກເປັນເວລາເກືອບ 14 ເດືອນຢູ່ຊູດັງໃຕ້, ໂຮງໝໍໄດ້ກວດ, ປິ່ນປົວພະຍາດໃຫ້ຄົນເຈັບກວ່າ 2.000 ຄົນ, ຜ່າຕັດໃຫ້ຄົນເຈັບໄດ້ 62 ກໍລະນີ… ອາຍຸການທຳອິດຂອງໂຮງໝໍດັ່ງກ່າວ ໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ.

        ປະຈຸບັນ, ບັນດາພະນັກງານ, ແພດໝໍໂຮງໝໍກາງສະໜາມຂັ້ນ 2, ເລກ 2 ໄດ້ມີໜ້າຢູ່ຄະນະປະຕິບັດງານຮັກສາສັນຕິພາບຢູ່ Bentiu, ຊູດັງໃຕ້ ເພື່ອສືບຕໍ່ປະຕິບັດໜ້າທີ່ອັນສູງສົ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ