(vovworld) - ຕະຫຼາດສິນຄ້າຫວຽດນາມ ໃນເດືອນ 2 ເປັນປົກກະຕິພໍສົມຄວນ, ວຽກງານກວດກາ, ຄວບຄຸມຕະຫຼາດໄດ້ຮັບການຍູ້ແຮງ. ທ່ານ ຫວໍວັນກວຽນ, ຫົວໜ້າກົມຕະຫຼາດພາຍໃນປະເທດ ສັງກັດກະຊວງອຸດສາຫະກຳ - ການຄ້າຫວຽດນາມ ໄດ້ໃຫ້ຮູ້ຄືດັ່ງກ່າວທີ່ການປະຊຸມຂ່າວປະຈຳເດືອນ 2/2012 ໂດຍກະຊວງອຸດສາຫະກຳ - ການຄ້າ ຈັດຕັ້ງເມື່ອຕອນບ່າຍວັນທີ 5/3 ຢູ່ຮ່າໂນ້ຍ. ຕາມທ່ານ ກວຽນແລ້ວ, ສຳລັບບັນດາປະເພດສິນຄ້າຈຳເປັນຄື: ນ້ຳມັນເຊື້ອໄຟ, ອາຍແກດ, ນົມ... ທາງກະຊວງໄດ້ຊີ້ນຳເພີ່ມທະວີວຽກງານຄວມຄຸມລາຄາ, ຕອບສະໜອງສິດຜົນປະໂຫຍດຂອງຜູ້ອຸປະໂພກ ບໍລິໂພກ.