ການຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”
ສິນຄ້າ ຫວຽດນາມ ຖືກສົ່ງໄປຂາຍຢູ່ຫລາຍທ້ອງຖິ່ນ
ພາບ:internet
|
(vovworld) - ຕອນບ່າຍວັນທີ 11/4, ທີ່ການປະຊຸມຜັນຂະຫຍາຍບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”, ທ່ານ Dao Van Binh ປະທານຄະນະກຳມະການແນວໂຮມປະເທດຊາດ ນະຄອນ ຮ່າໂນ້ຍ, ຫົວຫນ້າຄະນະຊີ້ນຳບັ້ນຂົນຂວາຍດັ່ງກ່າວ ໄດ້ຢືນຢັນວ່າ: ຜ່ານບັນດາການເຄື່ອນໄຫວໂຄສະນາ, ຈັດຕັ້ງການປະຕິບັດບັ້ນຂົນ ຂວາຍ, ໃນເບື້ອງຕົ້ນນະຄອນ ຮ່າໂນ້ຍ ສ້າງໄດ້ຈຸດວັດທະນະທຳໃນການຊົມໃຊ້ຂອງຊາວ ຮ່າໂນ້ຍ. ສິນຄ້າ ຫວຽດນາມ ໄດ້ມີທີ່ຕັ້ງສຳຄັນສຳລັບຜູ້ອຸປະໂພກບໍລິໂພກ ນະຄອນຫລວງ ຮ່າໂນ້ຍ, ເປັນຕົ້ນແມ່ນຕະຫລາດຊົນນະບົດ. ວຽກງານໂຄສະນາການປະຕິບັດບັ້ນຂົນຂວາຍໄດ້ມີການເຂົ້າຮ່ວມຢ່າງຕັ້ງຫນ້າຈາກຂະແຫນງການ, ຂັ້ນຕ່າງໆຂອງນະຄອນ ດ້ວຍເນື້ອໃນ ແລະ ຮູບການອຸດົມສົມບູນ, ຫລາຍຮູບຫລາຍແບບ. ໃນໄຕມາດ 2/2012, ຄະນະຊີ້ນຳຈະຈັດຕັ້ງຊຸດອົມຮົມກ່ຽວກັບຄວາມຊຳນານການໂຄສະນາບັ້ນຂົນຂວາຍ ໃຫ້ແກ່ບັນດາສະມາຊິກຄະນະຊີ້ນຳບັ້ນຂົນຂວາຍຢູ່ຂັ້ນຕ່າງ.