ທ່ານ ເຢືອງຈູງກວກ, ສສຊ ແຂວງດົ່ງນາຍ
ພາບ:internet
|
(vovworld) - ຄຳເຫັນສ່ວນຫລາຍຂອງຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດລ້ວນແຕ່ຕີລາຄາວ່າ ວາລະຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 ດຳເນີນໄປບົນຈິດໃຈກົງໄປກົງມາ ແລະ ມີຄວາມຮັບຜິດຊອບ. ຄຳຖາມທີ່ ສສຊ ສົ່ງເຖິງບັນດາລັດຖະມົນຕີ, ສະມາຊິກຄະນະລັດຖະບານແມ່ນຈະແຈ້ງ ແລະ ບັນດາຄຳຕອບຂອງທ່ານລັດຖະມົນຕີກໍສຸມໃສ່ບັນຫາທີ່ ສສຊ ແລະ ຜູ້ມີສິດເລືອກຕັ້ງພວມສົນໃຈ. ທ່ານ ເຢືອງຈູງກວກ, ສສຊ ແຂວງດົ່ງນາຍ ຍົກຄຳເຫັນວ່າ:
“ຈຸດໝາຍຂອງການຊັກຖາມແມ່ນເຮັດແຈ້ງບັນຫາຮ້ອນເຮັ່ງຊື່ງປະຊາຊົນພວມສົນໃຈ ເພື່ອຢາກຮູ້ວ່າ ຄຳຕອບຂອງບັນດາທ່ານລັດຖະມົນຕີ, ສະມາຊິກຄະນະລັດຖະບານຄືແນວໃດ ແລະ ຫລັງຈາກນັ້ນເຮັດແນວໃດເພື່ອໃຫ້ມີການປ່ຽນແປງ. ຂ້າພະເຈົ້າຄິດວ່າ ສະໄຫມປະຊຸມເທ່ືອນີ້ ໄດ້ຮັບຄວາມສົນໃຈຈາກ ປຊຊ ເປັນຈຳນວນຫລາຍ.”
ສ່ວນທ່ານ ເລຍືຕຽນ, ສສຊ ແຂວງ ກວ໋າງຈີ້ ສະເຫນີວ່າ:
“ຂ້າພະເຈົ້າຄິດວ່າ ຖ້າຫາກມີເວລາ ຄວນຈັດການໂອ້ລົມສົນທະນາໂດຍກົງລະຫວ່າງ ສສຊ ແລະ ຜູ້ຕອບຄຳຊັກຖາມຫລາຍກວ່າ, ເພີ່ມລັກສະນະໂອ້ລົມສົນທະນາ. ສຳລັບບັນຫາຫນຶ່ງ ຖ້າຫາກໄດ້ຮັບການໂອ້ລົມສົນທະນາອາດຈະເພີ່ມປະສິດທິຜົນຫລາຍກວ່າ. ເປັນຫນ້າເສຍດາຍ ວາລະຊັກຖາມພຽງໃນ 2 ມື້ເຄິ່ງ ສະນັ້ນຍາກຈະມີການໂອ້ລົມສົນທະນາຢ່າງສູງສຸດໄດ້ເພື່ອບັນລຸປະສິດທິຜົນຄືໄດ້ມຸ້ງຫວັງ.”