ການຊ່ວຍເຫລືອຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃຫ້ແກ່ຫວຽດນາມຄາດວ່າບັນລຸກວ່າ280ລ້ານUSD
(vovworld)- ວັນທີ 23/12, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສະຫລູບວຽກງານຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປີ 2015. ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ: ປີ 2015, ການຊ່ວຍເຫລືອຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສະຫງວນໃຫ້ແກ່ຫວຽດນາມ ບັນລຸກວ່າ 280 ລ້ານ USD. ຈຳນວນອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເຄື່ອນໄຫວຢູ່ ຫວຽດນາມ ສືບຕໍ່ເພີ່ມຂຶ້ນ. ທີ່ກອງປະຊຸມ, ທ່ານ ໂຮ່ຊວນເຊີນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຖືວ່າ: ໄລຍະຈະມາເຖິງ, ວຽກງານຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຸມໃສ່ເຂົ້າວຽກງານເພີ່ມທະວີປະສິດທິຜົນແຫລ່ງທຶນຊ່ວຍເຫລືອ ແລະ ການຫນູນຊ່ວຍດ້ານເຕັກນິກ, ມະນຸດ. ຄຽງຄູ່ກັນນັ້ນ ເອົາໃຈໃສ່ເຖິງການຊອກຫາແຫລ່ງທຶນໃຫມ່ຈາກບັນດາວິສາຫະກິດ, ກອງທຶນຕ່າງປະເທດເຄື່ອນໄຫວຢູ່ຫວຽດນາມ.