ການຕ່າງປະເທດຮັບໃຊ້ການພັດທະນາປະເທດຊາດ
(VOVWORLD) - ໃນປີ 2021, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນກໍ່ຕາມ, ແຕ່ວ່າການເຄື່ອນໄຫວດ້ານການພົວພັນຕ່າງປະເທດຂອງ ຫວຽດນາມ ຍັງໄດ້ປະຕິບັດຢ່າງຄຶກຄື້ນ, ບັນລຸໄດ້ຫຼາຍໝາກຜົນສຳຄັນ.
(ພາບປະກອບ: baoquocte.vn) |
ກອງປະຊຸມການຕ່າງປະເທດຄັ້ງທີ 31 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ທັນວາຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ກ່າວຄຳປາໄສຊີ້ນຳກອງປະຊຸມ. ຕອນບ່າຍວັນດຽວກັນ, ກອງປະຊຸມໄດ້ດຳເນີນວາລະປະຊຸມດ້ວຍຫົວຂໍ້ “ການຕ່າງປະເທດຮັບໃຊ້ການພັດທະນາປະເທດຊາດ”.
ໃນປີ 2021, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນກໍ່ຕາມ, ແຕ່ວ່າການເຄື່ອນໄຫວດ້ານການພົວພັນຕ່າງປະເທດຂອງ ຫວຽດນາມ ຍັງໄດ້ປະຕິບັດຢ່າງຄຶກຄື້ນ, ບັນລຸໄດ້ຫຼາຍໝາກຜົນສຳຄັນ, ຊຸກຍູ້ການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃນໂລກ, ພ້ອມທັງຍົກສູງອິດທິພົນຊື່ສຽງ ແລະ ຖານະບົດບາດທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.