ການນຳນະຄອນ ຮ່າໂນ້ຍ ເຮັດວຽກກັບຫົວໜ້າຜູ້ຕາງໜ້າກອງທຶນອາຊີປະຈຳ ຫວຽດນາມ
(VOVWORLD) -ບັນດາໂຄງການພັດທະນາກະສິກຳ, ຕົວເມືອງໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາທ້ອງຖິ່ນໃນບໍລິເວນນະຄອນ, ປະກອບສ່ວນປະຕິບັດໜ້າທີ່ຮັບປະກັນໝູນຊ່ວຍສັງຄົມໃນທົ່ວນະຄອນ.
ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນດຶກຈຸງ |
ວັນທີ 21 ກຸມພາ, ທີ່ການເຮັດວຽກກັບທ່ານຫົວໜ້າຜູ້ຕາງໜ້າກອງທຶນອາຊີປະຈຳ ຫວຽດນາມ Michael DiGregorio, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ຕີລາຄາສູງປະສິດທິຜົນ ການເຄື່ອນໄຫວຂອງບັນດາໂຄງການໂດຍກອງທຶນອາຊີພວມຜັນຂະຫຍາຍຢູ່ ຮ່າໂນ້ຍ. ບັນດາໂຄງການພັດທະນາກະສິກຳ, ຕົວເມືອງໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາທ້ອງຖິ່ນໃນບໍລິເວນນະຄອນ, ປະກອບສ່ວນປະຕິບັດໜ້າທີ່ຮັບປະກັນໝູນຊ່ວຍສັງຄົມໃນທົ່ວນະຄອນ. ທ່ານ ຫງວຽນດຶກຈຸງ ໄດ້ສະແດງຄວາມຫວັງວ່າຢາກຮ່ວມມືກັບກອງທຶນອາຊີ, ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນໃນຂົງເຂດທຳການຜະລິດ, ການຮັບປະກັນການໜູນຊ່ວຍສັງຄົມ…
ສ່ວນທ່ານຫົວໜ້າຜູ້ຕາງໜ້າກອງທຶນອາຊີຢູ່ ຫວຽດນາມ Michael DiGregorio ໄດ້ເຕື້ອງເຖິງບັນດາທ່າແຮງ ແລະ ບັນຫາທີ່ໄດ້ຮັບຄວາມເອົາໃຈໃສ່ຈາກກອງທຶນອາຊີ ຄື: ການສະໜັບສະໜູນດ້ານການເງິນໃຫ້ຜູ້ທີ່ມີລາຍຮັບຕ່ຳ, ຕິດຕາມ ແລະ ຕີລາຄາຄຸນນະພາບຂອງຊັ້ນບັນຍາກາດ…ໂດຍສະເພາະແມ່ນໃນຂົງເຂດພັດທະນາກະສິກຳເຂດຕົວເມືອງ, ໂຄງການສະໜອງຜັກປອດສານຜິດ.