ການນຳນະຄອນໂຮ່ຈີມິນຢ້ຽມຢາມກຳມະກອນກໍ່ສ້າງຂົວ
ທ່ານ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ລົງຢ້ຽມຢາມກຳມະກອນທີ່ພວມປະຕິບັດງານ
(ພາບ: nld.com.vn)
(vovworld) – ຕອນເຊົ້າວັນທີ 31/1, ທ່ານ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ລົງຢ້ຽມຢາມກຳມະກອນທີ່ພວມປະຕິບັດງານຢູ່ກິດຈະກຳ 3 ແຫ່ງຄື: ຂົວ ເລວັນສີ, ຂົວ ບົງ ແລະ ຂົວ ເຮົ້າຢາງ. ເຖິງວ່ານີ້ຈະແມ່ນວັນທີ 1 ຂອງ ບຸນເຕັດກໍ່ຕາມ ແຕ່ບັນຍາກາດອອກແຮງງານ, ເຮັດວຽກຢູ່ຂົວ 3 ແຫ່ງດັ່ງກ່າວຍັງຮີບເຮັ່ງຢູ່ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ. ທ່ານ ເລແທງຫາຍ ສະເໜີໃຫ້ບັນດາຫົວໜ່ວຍປະຕິບັດງານຕ້ອງຮັບປະກັນຄຸນນະພາບກິດຈະກຳເປັນຢ່າງດີ.
ຂົວ ເລວັນສີ ໃນຄອງເໝືອງ ຍຽວໂລກ - ທິແຫງ່ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນ 11/2013, ຄາດວ່າຈະດຳເນີນການກໍ່ສ້າງສຳເລັດໃນເດືອນ 6/2014. ຂົວ ບົງ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 4/11/2013, ກໍ່ສ້າງໃນເວລາ 10 ເດືອນ. ຂົວ ເຮົ້າຢາງ ໃນຄອງເໝືອງ ເຕີນຮ໋ວາ - ລໍ່ໂກ໋ມ ເລີ່ມລົງມືກໍ່ສ້າງແຕ່ວັນທີ 4/11/2013, ຄາດວ່າກໍ່ສ້າງໃນເວລາ 10 ເດືອນ.