ເນື່ອງໃນໂອກາດສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ບຸນປີໃໝ່ປະຈຳຊາດ ປີມະໂຣງ 2012, ຕອນເຊົ້າວັນທີ 19/1, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມສຸສານໄຫວ້ອາໄລປະທານໂຮ່ຈີມິນ. ພວງມາລາມີແຖວໜັງສືທີ່ຂຽນວ່າ: ”ຮູ້ບຸນຄຸນປະທານໂຮ່ຈີມິນຜູ້ຍິງໃຫຍ່ຕະຫຼອດໄປ”. ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ທ່ານປະທານແນວໂຮມປະເທດຊາດຫວຽດນາມ ຮິ່ວງດ໋າມ, ແລະ ບັນດາອະດີດການນຳຂັ້ນສູງພັກ, ລັດ. ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ນຳໜ້າຄະນະຜູ້ແທນພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄປວາງພວງມາລາຢູ່ອະນຸສາວະລີບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ກໍ່ໃນຕອນເຊົ້າວັນທີ 19/1, ຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານ ພົນເອກ ຟູ່ງກວາງແທນ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດເປັນຫົວນ້າຄະນະໄດ້ເຂົ້າຢ້ຽມສຸສານໄຫວ້ອາໄລປະທານໂຮ່ນີມິນ, ວາງພວງມາລາອາໄລຫາບັນດາວິລະຊົນ, ນັກຮົບຢູ່ທີ່ອະນຸສາວະລີນັກຮົບເສຍຫສະຫຼະຊີວິດເພື່ອຊາດ.
ແລະກໍ່ໃນຕອນເຊົ້າວັນທີ 19/1, ຢູ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການພົບປະສັງສັນ ແລະ ອວຍພອນປີໃໝ່ຜູ້ນຳພັກ, ລັດ, ນັກປະຕິວັດຜູ້ອາວຸໂສ. ກ່າວຄວາມເຫັນທີ່ການພົບປະສັງສັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມພາກພູມໃຈເມື່ອເຫັນວ່າ, ປີ 2011, ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນໄດ້ຮ່ວມແຮງຮ່ວມໃຈ ມານະພະຍາຍາມສູ້ຊົນ ແລະບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ ແລະມີຄວາມໝາຍ. ແຕ່ຄາດຄະເນວ່າ ສະພາບການຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ການທະທາຍຫຼາຍຢ່າງ, ຍ້ອນເຫດນັ້ນ, ຄວນສືບຕໍ່ຈຸດໝາຍໃຫ້ບຸລິມາສິດແກ່ການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນຊີວິດສັງຄົມ, ຍູ້ແຮງວຽກງານກໍ່ສ້າງ, ປັບປຸງພັກ ຕິດພັນກັບການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ, ເພີ່ມທະວີການພົວພັນກັບຕ່າງປະເທດ, ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທ່ານກ່າວວ່າ:
”ພວກເຮົາດີໃຈຫຼາຍຕໍ່ບັນດາຜົນງານຂອງປີ 2011 ແລະກ້າວເຂົ້າສູ່ປີໃໝ່ດ້ວຍຄວາມເຊື່ອໝັ້ນໃໝ່, ພະລັງແຮງໃໝ່, ຄວາມຕັດສິນໃຈໃໝ່. ເນື່ອງໃນໂອກາດບຸນປີໃໝ່, ຂໍອວຍພອນບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມວິລະຊົນ, ປະຊາຊົນ, ນັກຮົບ ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ປີໃໝ່ ມີຄວາມເຊື່ອໝັ້ນໃໝ່, ຄວາມເບິກບານມ່ວນຊື່ນໃໝ່, ເພື່ອເຫັນດີເປັນເອກະພາບກັນຜັນຂະຫຍາຍມະຕິຕ່າງໆຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ, ສະພາແຫ່ງຊາດ, ລັດຖະບານ ໃຫ້ດີ, ປະຕິບັດໜ້າທີ່ປີ 2012ສຳເລັດຜົນ”