ການນຳພັກປະຊາທິປະໄຕໃນສະພາຕ່ຳອາເມລິກາຈະຢ້ຽມຢາມຫວຽດນາມ

ການນຳພັກປະຊາທິປະໄຕໃນສະພາຕ່ຳອາເມລິກາຈະຢ້ຽມຢາມຫວຽດນາມ - ảnh 1
ການນຳພັກປະຊາທິປະໄຕໃນສະພາຕ່ຳອາເມລິກາຈະຢ້ຽມຢາມຫວຽດນາມ - ảnh 2ທ່ານ​ນາງ Nancy Pelosi ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ

(vovworld) – ຕອນ​ບ່າຍ​ວັນ​ທີ 23/3 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ການ​ນຳ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ທ່ານ​ນາງ Nancy Pelosi, ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ ໄລ​ຍະ​ມໍ່ໆ​ມານີ້​ຂອງ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂັ້ນ​ສູງ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ສະ​ມາ​ຊິ​ກ​ສະ​ພາ​ຕ່ຳ Pelosi ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ: ລະ​ຫວ່າງ 2 ຝ່າຍມີ​ຜົນ​ປະ​ໂຫຍດຫຼາຍ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ອັນ​ໃຫຍ່ຫຼວງ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ກ່​ວາ​ອີກ. ທ່ານ​ນາງ Pelosi ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: 2 ປະ​ເທດ​ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ບັ​ນ​ດາ​ຜົນ​ງານ​ໃໝ່, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ແຕ່​ລະ​ຝ່າຍ ແລະ ປະ​ກອບ​ສ່ວນ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ ອາ​ຊີ - ປາ​ຊີ​ຟິກ ແລະ ໃນ​ໂລກ. ການ​ນຳ​ພັກ​ປະ​ຊາ​ທິ​ປະ​ໄຕ ຢູ່​ສະ​ພາ​ຕ່ຳ ໃຫ້​ຮ​ູ້​ວ່າ: ທ່ານ ລໍ​ຄອຍ​ການ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ເວ​ລາຈະ​ມາ​ເຖິງ ເພື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ພັດ​ທະ​ນາ​ທີ່​ປະ​ທັບ​ໃຈ​ຂອງ ຫວຽດ​ນາມ, ກໍ່​ຄື​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ຢັ້ງ​ຢືນ​ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ພາຍ​ໃນ​ປະ​ເທດ​ເພື່ອ​ຮັບ​ປະ​ກັນ​ ​ໃຫ້​ແກ່​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາງ Pelosi ພ້ອມ​ກັບ​​ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ ​ອາ​ເມ​ລີ​ກາ ຊຶ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 30/3 – 1/4/2015 ບັນ​ລຸຜົນ​ສຳ​ເລັດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ເປີດ​ສາກ​ຂອງຝ່າຍ ອາ​ເມ​ລິ​ກາ ເຖິງ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ 2 ປະ​ເທດ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທ​ູດ.


ຂ່າວ/ບົດ​ອື່ນ