ການນຳພັກ,ລັດຖະບານຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry
(ພາບ: Trí Dũng/TTXVN)
(vovworld) – ຕອນບ່າຍວັນທີ 16/12, ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ຫວຽດນາມ ປະຕິບັດແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນສະເໝີຕົ້ນສະເໝີປາຍ, ພ້ອມທັງຢັ້ງຢືນ: ຖື ອາເມລິກາແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈອ້ງ ສະເໜີໃຫ້ ອາເມລິກາ ເພີ່ມທະວີການຮ່ວມມື ກັບ ຫວຽດນາມ ໃນຂອບເຂດທີ່ມີຢູ່ແລ້ວ ແລະ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ, ການສຶກສາ, ບຳລຸງສ້າງ, ສາທາລະນະສຸກ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
ແລະກໍ່ໃນຕອນບ່າຍວັນດຽວກັນ, ໃນການຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ John Kerry, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຖືວ່າ: ໝາກຜົນຂອງການຢ້ຽມຢາມຈະປະກອບສ່ວນຢ່າງຕັ້ງໜ້າ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ຊົມເຊີຍ ອາເມລິກາ ໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືຄວາມເອົາໃຈໃສ່ຂອງ ອາເມລິກາ ໃນການນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຢືນຍົງ.