ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບຄະນະຜູ້ແທນທະນາຍຄວາມລາວ
ທ່ານຫງວຽນວັນຟາ ຕ້ອນຮັບທະນາຍຄວາມ ຄຳໄຊ ສຸລິນທອນ
(ພາບ: mattran)
(vovworld) – ຕອນເຊົ້າວັນທີ 24/05, ຢູ່ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນວັນຟາ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ທະນາຍຄວາມລາວ ໂດຍທະນາຍຄວາມ ຄຳໄຊ ສຸລິນທອນ, ເປັນປະທານຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານ ຫງວຽນວັນຟາ ເຊື່ອໝັ້ນວ່າ, ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະທະນາຍຄວາມລາວ ຢູ່ຫວຽດນາມ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງວົງການທະນາຍຄວາມ 2 ປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ.
ສ່ວນທ່ານ ຄຳໄຊ ສຸລິນທອນ ໄດ້ແຈ້ງໃຫ້ທ່ານ ຫງວຽນວັນຟາ ຊາບບັນດາຜົນງານແຫ່ງການເຮັດວຽກກັບສະຫະພັນທະນາຍຄວາມຫວຽດນາມ ແລະ ຄະນະທະນາຍຄວາມຮ່າໂນ້ຍ. ຜ່ານບັນດາການພົບປະແລກປ່ຽນ, 2 ຝ່າຍໄດ້ແລກປ່ຽນ ແບ່ງປັນບົດຮຽນຕ່າງກ່ຽວກັບບັນດາຂົງເຂດທີ່ແຕກຕ່າງກັນ ໃນວິວັດການດຳເນີນອາຊີບທະນາຍຄວາມ.