ການປະຊຸມຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ13

ການປະຊຸມຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ13 - ảnh 1
(ການປະຊຸມຂ່າວກ່ຽວກັບການເລືອກຕັ້ງ
ສະມາຊິກສະພາແຫ່ງຊາດລາວຊຸດທີ13)

(vovworld) –​ ຕອນ​ບ່າຍ​ວັນ​ທີ 15/02, ຢູ່​ນະ​ຄອ​ນ​ຫຼວງວຽງ​ຈັນ, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາ​ດ​ລ​າວ ໄດ​້​ຈັດ​ການ​ປະ​ຊຸມ​ຂ່າວປະ​ກາດ​ບັນ​ຊີ​ລ​າຍ​ຊື່ ຜູ້​ສະ​ໝັກ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 13 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ. ດ.ຣ ກຸ​ແກ້ວ ອັກ​ຄະ​ມົນ​ຕີ, ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ລາວ, ໂຄ​ສົກ​ສະ​ພາ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ປະ​ກາດ​ວ່າ, ປະ​ທານ​ປະ​ເທດ​ລາວ ໄດ້​ອອກ​ລັດ​ຖະ​ດຳ​ລັດ​ລົງ​ວັນ​ທີ 30/12/2015 ກ່ຽວ​ກັບ​ເລື່ອງ​ເປັນ​ເອ​ກະ​ພາບ ວ​ັນ​ທີ 20/03 ຈະ​ມາ​ເຖິງ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 13 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ຢູ່ 18 ເຂດ​ເລືອກ​ຕັ້ງ​ໃນ​ທົ່​ວ​ປະ​ເທດ​ລາວ, ຍອດ​ຈຳ​ນວນ​ຜູ້​ສະ​ໝັກ​ເລືອກ​ຕັ້ງແມ່ນ 211 ຄົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະປ່ອນ​ບັດ​ເລືອກ​ຕັ້ງ 149 ຄົນ​ທີ່​ເປັນ​ຕົວ​ແທນ​ໃຫ້​ຕົນ​ຢ​ູ່​ສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 13.

ຂ່າວ/ບົດ​ອື່ນ