ທ່ານ ຫງວຽນແຫ້ງຟຸກ,ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ
ປະກາດກອງປະຊຸມສະໄຫມສາມັນເທື່ອທີ 9
ພາບ:baomoi.com
|
(vovworld)- ຕອນເຊົ້າວັນທີ 19/5 ຢູ່ ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງການປະຊຸມຂ່າວສາກົນ ປະກາດກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຈະຖືກໄຂຂຶ້ນໃນວັນທີ 20/5 ແລະ ອັດລົງໃນວັນທີ 26/6 ຈະມາເຖິງ. ທີ່ສະໄຫມປະຊຸມເທື່ອນີ້, ວຽກງານສ້າງກົດໝາຍ, ລັດຖະບັນຍັດ ໄດ້ຮັບການເພີ່ມທະວີ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດລັດຖະທຳມະນູນປີ 2013 ພ້ອມທັງປະກອບສ່ວນສຳເລັດໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງອາຍຸການ.ສະພາແຫ່ງຊາດ ຈະຮັບຮອງເອົາ ຮ່າງກົດໝາຍ 11 ສະບັບ ແລະ ມະຕິສະບັບຫນຶ່ງ. ທ່ານ ຫງວຽນແຫ້ງຟຸກ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ:
“ກອງປະຊຸມເທື່ອນີ້ ມີບາງກົດໝາຍສຳຄັນກ່ຽວຂ້ອງເຖິງຕຸລາການຄື: ປະມວນກົດໝາຍແພ່ງ, ປະມວນກົດໝາຍອາຍາ, ກົດໝາຍດຳເນີນຄະດີອາຍາ… ສະເພາະກ່ຽວກັບປະມວນກົດໝາຍແພ່ງ, ນີ້ແມ່ນກົດໝາຍພື້ນຖານ, ໄລຍະຜ່ານມາ ສະພາແຫ່ງຊາດໄດ້ມອບໃຫ້ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງເປັນເຈົ້າພາບຈັດຕັ້ງການຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ປະມວນກົດໝາຍນີ້.”