ການປະທະກັນເຊື້ອຊາດຜິວພັນ ຢູ່ ລີບີ

ການປະທະກັນເຊື້ອຊາດຜິວພັນ ຢູ່ ລີບີ  - ảnh 1
ສະພາບການຢູ່ ລີບີ
ພາບ: internet

(vovworld) - ການ​ປະ​ທະ​ກັນ​ໄດ້​ເກີດຂຶ້ນ​​ໃນ​ຫລາຍ​ມື້​ຜ່ານ​ມາ ລະຫວ່າງ​ບັນດາ​ກຸ່ມ​ທະຫານ​ລາດ​ຢູ່​ທາງ​ທິດຕາ​ເວັນ​ຕົກ ລີບ​ີ ​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ ​ແລະ ​ເກືອບ 100 ຄົນ​ຖືກ​ບາດ​ເຈັບ. ລັດຖະບານ ລີ​ບີ ຕ້ອງ​ລະດົມ​ກຳລັງ​ທະຫານ​ເຖິງ​ເຂດ​ນີ້ ​ເພື່ອ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄືນ​ໃຫມ່. ກະຊວງ ພາຍ​ໃນ ລີ​ບີ ​ໃຫ້​ຮູ້​ວ່າ: ການ​ປະ​ທະ​ກັນ​ແມ່ນ​ເລີ່​ມຕົ້ນ​ແຕ່​ວັນ​ທີ 1/4 ​​ເມື່ອກຸ່ມ​ຄົນ​ຫນຶ່ງຂອງ​ຊາວ​ງ​ກົກ​ເຫລົ່າ Zuwara ຍິງ​ຕາຍ​ຜູ້​ຫນຶ່ງ​ກົກ​ເຫລົ່າ An Zumai ​ໂດຍ​ບໍ່​ຕັ້ງ​ໃຈ. ​ໃນ 3 ມື້​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ຍິງ​ໂຕ້​ຕອບ​ກັນ​ດ້ວຍ​ປືນ​ຄົກ, ລູກປືນ​ໃຫຍ່, ປືນກົນ​ມື ຊ້ຳ​ບໍ່​ໜຳ​ຍັງ​ໃຊ້​ປືນ​ຍິງ​ເຮືອບິນອີກ. ​ໃນ​ຂະນະ​ນັ້ນ ​ໂຮງໝໍ Marine  ຢູ່ Zuwara ຕ້ອງ​ຮັບ​ຜູ້​ຖືກ​ບາດ​ເຈັບ​ເຂົ້າ​ປິນປົວ​ຢ່າງ​ລ່ຽນ​ຕິດ. ຕໍ່ຫນ້າ​ສະພາບ​ການປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ລ່ຽນ​ຕິດ, ທ່ານ​ປະທານ​ສະພາ​ປົກຄອງ​ໄລຍະ​ຂ້າມ​ຜ່ານ ລີ​ບີ (NTC) Mustafa Abdel Jalil ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ຕົວ​ແທນ​ຂອງ​​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ປະ​ເທດ​ນີ້ ​ເພື່ອ​ມານະ​ພະ​ຍາ​ຍາມ​ເປັນ​ຄົນ​ກາງໄກ່​ເກ່ຍ ​ແກ້​ໄຂ​ວິ​ກິດ​ການ. ນັກ​ສັງ​ເກ​ດການ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ກົກ​ເຫລົ່າ​ຄື​ດັ່ງກ່າວ ​ແມ່ນ​ສິ່ງ​ທ້າ​ທາຍໃຫມ່​ສຳລັບອຳນາດ​ການ​ປົກຄອງທີ່ຫນຸ່ມ​ແຫນ້ນຂອງ ລີ​ບີ.

ຕອບກັບ

ຂ່າວ/ບົດ​ອື່ນ