ການປະສານດົນຕີເປີດສາກ “ຊຸມມື້ເອີລົບ ປີ 2013”
(ພາບປະກອບ)
(vovworld) - ຕອນຄໍ່າວັນທີ 09/05, ຢູ່ຮ່າໂນ້ຍ, “ຊຸມມື້ເອີລົບ ປີ 2013” ໄດ້ຮັບການເປີດສາກດ້ວຍລາຍການດົນຕີປະສານສຽງຂອງວົງດົນຕີປະສານສຽງ Chamber Munich, ເຊິ່ງສະແດງພ້ອມກັບວົງດົນຕີຂອງໂຮງລະຄອນສີລະປະ ຫວຽດນາມ ແລະ ບັນດານັກຮ້ອງຂອງສະຖາບັນດົນຕີແຫ່ງຊາດ. ເຂົ້າຮ່ວມພິທີມີທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຮ່ວາງຕ໋ວນແອງ; ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທງເຊີນ ພ້ອມກັບບັນດາເອກອັກຄະລັດຖະທູດຂອງຫຼາຍປະເທດປະຈຳຫວຽດນາມ. ທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທງເຊີນ ເນັ້ນໜັກວ່າ: “ຊຸມມື້ເອີລົບ ປີ 2013” ແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາກັບເພື່ອນມິດເອີລົບ ກ່ຽວກັບວັດທະນະທຳ, ສີລະປະ, ຮູບພາບປະເທດຊາດ ແລະ ຊາວຫວຽດນາມ, ກ່ຽວກັບປະຊາຄົມຊາວຫວຽດນາມ. ນີ້ກໍແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັບຊາດຕ່າງໆ, ຮັດແໜ້ນນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງປະຊາຊາດໃນໂລກກວ່າອີກ.