ການພົບປະຍາດຕິພີ່ນ້ອງ ສປປ ເກົາຫຼີ ແລະ ສ ເກົາຫຼີ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ

(VOVWORLD) - ຕອນເຊົ້າວັນທີ 20 ສິງຫາ, ຄະນະລົດເມພາກຸ່ມຊາວ ສ ເກົາຫຼີ ໄປເຂົ້າຮ່ວມລາຍການເຕົ້າໂຮມບັນດາຄອບຄົວຖືກແບ່ງແຍກກັນໄດ້ເລີ່ມເດີນທາງໄປ ສປປ ເກົາຫຼີ. ຊາວ ສປປ ເກົາຫຼີ ແລະ ສ ເກົາຫຼີ ຈະແຍກກັນພັກຢູ່ໂຮງແຮມ 2 ແຫ່ງຕ່າງກັນ.
ການພົບປະຍາດຕິພີ່ນ້ອງ ສປປ ເກົາຫຼີ ແລະ ສ ເກົາຫຼີ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ - ảnh 1 ການພົບປະເຕັມໄປດ້ວຍຄວາມຕື້ນຕັນໃຈ

ພາຍຫຼັງໄລຍະເກືອບ 70 ປີແຫ່ງການລໍຄອຍໃນຄວາມຫ່າງໄກກັນ, ຜູ້ອາຍຸສູງຂອງ ສ ເກົາຫຼີ 89 ຄົນ ກໍ່ໄດ້ມີການພົບປະກັບຍາດຕິພີ່ນ້ອງຂອງຕົນທີ່ດຳລົງຊີວິດຢູ່ ສປປ ເກົາຫຼີ ໃນບັ້ນທີ 1 ຂອງລາຍການເຕົ້າໂຮມຄອບຄົວຖືກພັດພາກຈາກກັນໃນສົງຄາມ ເກົາຫຼີ (1950 – 1953) ຄັ້ງທີ 21. ໃນການເຕົ້າໂຮມເປັນເວລາສັ້ນໆແຕ່ໄດ້ສ້າງຄວາມຕື້ນຕັນໃຈຕໍ່ບັນດາຜູ້ເຂົ້າຮ່ວມລາຍການກໍ່ຄືຜູ້ຕິດຕາມລາຍການນີ້.

        ຕອນເຊົ້າວັນທີ 20 ສິງຫາ, ຄະນະລົດເມພາກຸ່ມຊາວ ສ ເກົາຫຼີ ໄປເຂົ້າຮ່ວມລາຍການເຕົ້າໂຮມບັນດາຄອບຄົວຖືກແບ່ງແຍກກັນໄດ້ເລີ່ມເດີນທາງໄປ ສປປ ເກົາຫຼີ. ຊາວ ສປປ ເກົາຫຼີ ແລະ ສ ເກົາຫຼີ ຈະແຍກກັນພັກຢູ່ໂຮງແຮມ 2 ແຫ່ງຕ່າງກັນ. ແຕ່ລະເທື່ອ, 2 ຝ່າຍຈະໄດ້ພົບປະກັນໃນເວລາກິນເຂົ້າ ແລະ ດຳເນີນໃນເວລາ 2 ຊົ່ວໂມງ, ເວລາທັງໝົດໃນການພົບປະຄັ້ງນີ້ແມ່ນ 6 ຊົ່ວໂມງເທົ່ານັ້ນ.

        ເລື່ອງຈັດຕັ້ງການເຕົ້າໂຮມບັນດາຄອບຄົວຖືກພັດພາກຈາກກັນຄັ້ງນີ້ແມ່ນສ່ວນໜຶ່ງໃນຂໍ້ຕົກລົງໂດຍບັນດານການນຳ 2 ພາກໄດ້ເຫັນດີເປັນເອກະພາບທີ່ການພົບປະສຸດຍອດຄັ້ງປະຫວັດສາດ ເມື່ອເດືອນ ເມສາປີນີ້. ຄາດວ່າ, ພາຍຫຼັງບັ້ນທີ 1, ບັ້ນທີ 2 ຈະໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 24 – 26 ສິງຫາ ຈະມາເຖິງ. ໃນບັ້ນທີ 2, ຊາວ ສປປ ເກົາຫຼີ 83 ຄົນຈະໄດ້ພົບປະກັບຍາດຕິພີ່ນ້ອງຂອງຕົນທີ່ພວມດຳລົງຊີວິດຢູ່ ສ ເກົາຫຼີ ທີ່ເຂດພັກຜ່ອນບຳລຸງສຸຂະພາບພູ Kumgang.

ຕອບກັບ

ຂ່າວ/ບົດ​ອື່ນ