(vovworld)-ການພົບປະສົນທະນາກ່ຽວກັບຄວາມເສລີພາບໃນການເຊ່ືອຖືສາສະຫນາ ໂດຍສະຖານທູດຫວຽດນາມ ປະຈຳອາເມລິກາຈັດຕັ້ງຂຶ້ນໃນວັນທີ 20/6 ໄດ້ດຶງດູດການເຂົ້າຮ່ວມຂອງຫລາຍອົງການຢູ່ອາເມລິກາທີ່ເຄື່ອນໄຫວໃນຂົງເຂດດັ່ງກ່າວ. ນີ້ໄດ້ຮັບຖືວ່າແມ່ນເຫດການມີລັກສະນະບາດລ້ຽວ, ເປີດສາກໃຫ້ແກ່ຮູບແບບຮ່ວມມືໃຫມ່ລະຫວ່າງບັນດາອົງການບໍ່ຂຶ້ນກັບລັດຖະບານ ອາເມລິກາ ແລະ ຫວຽດນາມ ໃນການຊຸກຍູ້ຄວາມເສລີພາບໃນການເຊື່ອຖືສາສະຫນາ. ກ່າວຄຳເຫັນທີ່ການພົບປະສົນທະນາ, ສາດສະດາຈານ ໂດ໋ກວາງຮືງ, ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ: ຄວາມຮັບຮູ້ ແລະ ການເຄື່ອນໄຫວທາງສາສະຫນາຢູ່ຫວຽດນາມໄດ້ມີການປ່ຽນແປງອັນໃຫຍ່ຫລວງໃນຮອບ 20 ປີຜ່ານມາ. ໃນ 2 ປີຜ່ານມາ, ຈຳນວນຜູ້ເຊື່ອຖືສາສະຫນາໄດ້ເພີ່ມຂຶ້ນຈາກ 22 ລ້ານຄົນຂຶ້ນເຖິງ 25 ລ້ານຄົນ, ໃນຂະນະທີ່ຈຳນວນສາສະຫນາໃຫມ່ໄດ້ຮັບການຮັບຮູ້ແມ່ນເພີ່ມຂຶ້ນຈາກ 6 ສາສະຫນາຂຶ້ນເຖິງ 13 ສາສະຫນາໃນ 8 ປີຜ່ານມາ. ຫລາຍສາສະຫນາມີຜູ້ຕາງຫນ້າໃນອົງການແນວໂຮມປະເທດຊາດ, ສະພາແຫ່ງຊາດ, ປະກອບສ່ວນປັບປຸງນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ. ສາດສະດາຈານ ໂດ໋ກວາງຮືງ ໃຫ້ຮູ້ວ່າ:
“ຕາມທິດພັດທະນາຂອງນະໂຍບາຍສາສະຫນາ, ພວກຂ້າພະເຈົ້າມີພື້ນຖານເພື່ອຫວັງວ່າ ຫວຽດນາມ ຈະມີນະໂຍບາຍກ່ຽວກັບສາສະຫນາເພື່ອສ້າງບາດກ້າວເລີ່ມຕົ້ນຢ່າງແທ້ຈິງໃຫ້ແກ່ການປັບປຸງລັດແຫ່ງອຳນາດນິຕິບັນຍັດກ່ຽວກັບສາສະຫນາສົມບູນແບບ.”
ພິທີລົງນາມໃນບົດບັນທຶກຊ່ວຍຈຳທີ່ການພົບປະສົນທະນາ
|
ຕີລາຄາກ່ຽວກັບການພົບປະສົນທະນາດັ່ງກ່າວ, ດຣ Chris Seiple ສັງກັດອົງການ IGE ຊື່ງແມ່ນອົງການບໍ່ຂຶ້ນກັບລັດຖະບານຂອງອາເມລິກາ ພວມເຄື່ອນໄຫວຢູ່ຫວຽດນາມ ຖືວ່າ: ນີ້ແມ່ນຂີດໝາຍໃຫມ່ໃນວິວັດການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ກ່ຽວກັບການຮັບປະກັນຄວາມເສລີພາບໃນການເຊື່ອຖືສາສະຫນາ.
“ເລື່ອງບັນດາອົງການບໍ່ຂຶ້ນກັບລັດຖະບານ ຂອງອາເມລິກາ ໄດ້ເຂົ້າຮ່ວມການພົບປະສົນທະນາກ່ຽວກັບສາສະຫນາຄັ້ງນີ້ ແມ່ນສັນຍານອັນຕັ້ງຫນ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ຊາວອາເມລິກາມີຫນ້າຢູ່ທີ່ນີ້ລ້ວນແຕ່ຮູ້ສຶກປະທັບໃຈເພາະວ່າ ນີ້ເປັນຄັ້ງທຳອິດເຂົາເຈົ້າໄດ້ຮັບຟັງຄຳເຫັນໂດຍກົງຈາກຝ່າຍຫວຽດນາມກໍຄືອົງການຂອງອາເມລິກາພວມເຄ່ື່ອນໄຫວຢູ່ຫວຽດນາມ. ”