ການພົບປະສົນທະນາເສດຖະກິດອາຊຽນ-ອີຢູ ຢູ່ ອິນໂດເນເຊຍ
(vovworld)- ກ່າວຄຳເຫັນທີ່ການພົບປະສົນທະນາ, ທ່ານເອກອັກຄະລັດຖະທູດ ຝລັ່ງ, ເຢຍລະມັນ ປະຈຳ ອິນໂດເນເຊຍ, ອາຊຽນ ແລະ ຕີມາຕາເວັນອອກ ພ້ອມກັບ ເອກອັກຄະລັດຖະທູດ ອີຢູ ປະຈຳ ອາຊຽນ, ອິນໂດເນເຊຍ ແລະ ບຣູໄນ ລ້ວນແຕ່ຢືນຢັນຄວາມສາມາດບົ່ມຊ້ອນການຮ່ວມມືອັນໃຫຍ່ຫລວງໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດລະຫວ່າງ ອາຊຽນ ແລະ ອີຢູ, ກໍຄືການແບ່ງປັນບົດຮຽນເຊິ່ງກັນ ແລະກັນກ່ຽວກັບການເຊື່ອມໂຍງ ແລະ ການສ້າງປະຊາຄົມລວມ, ເມື່ອທັງສອງຝ່າຍມີຫລາຍຈຸດທີ່ຄ້າຍຄືກັນໃນບັນດາວິວັດການດັ່ງກ່າວ. ບັນດາທູຕານຸທູດ ຝລັ່ງ, ເຢຍລະມັນ ແລະ ອີຢູ ກໍໄດ້ຢືນຢັນຄືນຄຳໝັ້ນສັນຍາຫນູນຊ່ວຍຂອງລັດຖະບານ ຝລັ່ງ,ເຢຍລະມັນ ແລະ ອີຢູ ທີ່ສະຫງວນໃຫ້ແກ່ ອາຊຽນ ກໍຄືບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນ ມີການພັດທະນາບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ແລະ ພາກເອກະຊົນ ພ້ອມທັງຖືວ່າ: ການພົບປະສົນທະນາຄັ້ງນີ້ ກໍຄືໃນອະນາຄົດຈະນຳມາເຊິ່ງກາລະໂອກາດຫລາຍຢ່າງໃຫ້ແກ່ບັນດາພາກລັດ ແລະ ເອກະຊົນຂອງ ອາຊຽນ ແລະ ອີຢູ ເພື່ອແບ່ງປັນບົດຮຽນຂອງຕົນໃນວິວັດການສ້າງ, ພັດທະນາ ແລະ ເຊື່ອງໂຍງເຂ້ົາກັບພາກພື້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ບັນດາການພົວພັນຮ່ວມມື, ຄູ່ຮ່ວມມື, ລົງທຶນ, ການຄ້າ ແລະ ຕະຫລາດລະຫວ່າງສອງຝ່າຍ.