ການລົງນາມໃນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ -ຈີນ ອາດຈະຖືກໂຈະໄວ້

(VOVWORLD) -ການພົບປະຄັ້ງສຸດຍອດທີ່ລໍຄອຍມາແຕ່ດົນນານລະຫວ່າງການນຳອາເມລິກາ ແລະ ຈີນ ເພື່ອລົງນາມໃນຂໍ້ຕົກລົງດ້ານການຄ້າ ອາດຈະຖືກໂຈະໄວ້ໄປຮອດເດືອນ ທັນວາ.

ນີ້ແມ່ນຂໍ້ມູນຂ່າວຈາກເຈົ້າໜ້າທີ່ຂັ້ນສູງຂອງທຳນຽບຂາວ ທີ່ເຜີຍອອກມາໃນວັນທີ 06 ພະຈິກ.

        ແຫຼ່ງຂ່າວໂດຍບໍ່ເຜີຍຊື່ດັ່ງກ່າວໃຫ້ຮູ້ວ່າ, ການໂຈະໄວ້ຄືດັ່ງກ່າວແມ່ນຍ້ອນ 2 ຝ່າຍຍັງປຶກສາຫາລືກ່ຽວກັບມາດຕາໃນຂໍ້ຕົກລົງ ກໍຄືສະຖານທີ່ດຳເນີນການພົບປະຄັ້ງສຸດຍອດ. ເຈົ້າໜ້າທີ່ຜູ້ດັ່ງກ່າວໃຫ້ຂໍ້ສັງເກດວ່າ 2 ຝ່າຍຍັງບໍ່ບັນລຸໄດ້ຂໍ້ຕົກລົງໄລຍະ 1, ແຕ່ຄວາມສາມາດທີ່ຈະບັນລຸໄດ້ຂໍ້ຕົກລົງແມ່ນມີຫຼາຍກວ່າ.

        ນອກນັ້ນ, ສະຖານທີ່ແຫ່ງໃໝ່ທີ່ຈະຈັດການພົບປະພວມໄດ້ຮັບການພິຈາລະນາອາດຈະແມ່ນຢູ່ເອີລົບ ແລະ ອາຊີ, ໃນນັ້ນມີຊູແອັດ, ສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ