ການວາງລະເບີດຢູ່ພາກໃຕ່ປະເທດໄທ ເຮັດໃຫ້ ເຈົ້າໜ້າທີ່ 2 ຄົນເສຍຊີວິດ

ການວາງລະເບີດຢູ່ພາກໃຕ່ປະເທດໄທ ເຮັດໃຫ້ ເຈົ້າໜ້າທີ່ 2 ຄົນເສຍຊີວິດ - ảnh 1

ການວາງ​ລະ​ເບີດ​ຢູ່​ພາກ​ໃຕ້ປະ​ເທດ​ໄທ ​
(ພາບ: AFP/TTXVN)

(vovworld) – ວົງ​ການ​ເຈົ້າ​ໜ້າ​ທີ່​ໄທ​ໃຫ້​ຮູ້​ວ່າ, ວັນ​ທີ 5/4, ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ແຂວງ Yala ທາງ​ພາກ​ໃຕ້​ຂອງ​ໄທ, ເຮັດ​ໃຫ້ ​ເຈົ້າ​ໜ້າທີ່​ຂອງ​ແຂວງນີ້ 2 ທ່ານ​ເສຍ​ຊີວິດ. ​​ໂຄສົກ​ກອງທັບ​ແຂງ yala ​ໃຫ້​ຮູ້​ວ່າ, ພວກ​ກໍ່​ການ​ຮ້າຍ ​ໄດ້​ວາງ​ລະ​ເບີດ​ຢູ່​ແຄມ​ທາງ ​ແລະ ​ໃຫ້​ລະ​ເບີດແຕກກົງກັບ​ເວລາ​ທີ່ລົດ​ຂົນ​ສົ່ງ​ຮອງ​ເຈົ້າ​ແຂວງ yala ​​ແລະ​ ເລຂາ​ຜູ້​ປະຈຳການຮັບຜິດຊອບການປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຂວງ​ໄປ​ຜ່ານ. ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກອງທັບ​ໄທ, ພັນ​ເອກ ສັນເສີນ ແກ້ວກຳເນີດ​ໃຫ້​ຮູ້​ວ່າ, ທະຫານ​ມຽນມາ 13 ຄົນ​ຖືກ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ກັບ​ກຸ່ມ​ປະກອບ​ອາວຸດ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ, ລັດຖະບານ​ໄທ​ສົງ​ໃສ​ວ່າ, ​ກຸ່ມ​ຄົນ​ໄທ​ທີ່​ເຄີຍ​ແຊກ​ຊືມ​ເຂົ້າ​ມຽນມາ​ຢ່າງ​ຜິດ​ກົດໝາຍ ແມ່ນກ່ຽວ​ຂ້ອງ​ເຖິງ​ເຫດ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ