ການສົ່ງອອກສິນໃນນຳຄາດວ່າບັນລຸເກືອບ 8,9 ຕື້ USD ໃນປີ 2021

(VOVWORLD) -ຄາດວ່າ, ປີ 2021, ຍອດປະລິມານບັນລຸກວ່າ 8,7 ລ້ານໂຕນ, ເພີ່ມຂຶ້ນ 1% ເມື່ອທຽບໃສ່ປີ 2020.
ການສົ່ງອອກສິນໃນນຳຄາດວ່າບັນລຸເກືອບ 8,9 ຕື້ USD ໃນປີ 2021 - ảnh 1(ພາບປະກອບ: TTXVN)

ຕາມບົດລາຍງານຂອງກົມໃຫຍ່ສິນໃນນ້ຳ ຫວຽດນາມ ແລ້ວ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ ຟື້ນຟູຢ່າງແຮງ ໄດ້ຊ່ວຍໃຫ້ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນປີ 2021 ບັນລຸເກືອບ 8,9 ຕື້ USD, ເພີ່ມຂຶ້ນເກືອບ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຄາດວ່າ, ປີ 2021, ຍອດປະລິມານບັນລຸກວ່າ 8,7 ລ້ານໂຕນ, ເພີ່ມຂຶ້ນ 1% ເມື່ອທຽບໃສ່ປີ 2020.

ກົມໃຫຍ່ສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ, ປີຜ່ານມາ, ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ກໍ່ຜົນກະທົບໂດຍກົງເຖິງການຜະລິດ, ການເຄື່ອນໄຫວສົ່ງອອກ-ນຳເຂົ້າ, ການຈຳໜ່າຍຜະລິດຕະພັນສິນໃນນ້ຳ. ເຖິງຢ່າງໃດກໍ່ຕາມ, ເລື່ອງເສດຖະກິດໂລກເຕີບໂຕຄືນໃໝ່ ພາຍຫຼັງປະຕິບັດຍຸດທະສາດສັກວັກຊິນ, ທ່າແຮງໃນການນຳໃຊ້ບັນດາບຸລິມະສິດຈາກສັນຍາການຄ້າເສລີ 2 ຝ່າຍ, ຫຼາຍຝ່າຍແມ່ນປັດໃຈສະດວກເພື່ອໃຫ້ຂະແໜງສິນໃນນ້ຳ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ