( vovworld ) - ຕາມກົມໃຫຍ່ສະຖິຕິແລ້ວ, ວົງເງິນສິນຄ້າສົ່ງອອກໃນເດືອນ 7 ຄາດວ່າບັນລຸໄດ້ 9,6 ຕື້ USD. ໄລ່ລວມ 7 ເດືອນຕົ້ນປີ 2012, ວົງເງິນສົ່ງອອກບັນລຸເກືອບ 63 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011. ໃນ 7 ເດືອນຕົ້ນປີ 2012, ວົງເງິນນຳເຂົ້າບັນລຸ 63 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ດ້ວຍຕົວເລກນີ້, ຈຳນວນສິນຄ້າສົ່ງອອກເກີນດູນໃນເດືອນ 7 ຄາດວ່າບັນລຸໄດ້ 100 ລ້ານ USD, ເທົ່າກັບ 1% ວົງເງິນສິນຄ້າສົ່ງອອກ.