ການສື່ສານສວມບົດບາດຫຼັກແຫຼ່ງໃນການຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

(VOVWORLD) -ຕອນບ່າຍວັນທີ 22 ພຶດສະພາ, ທີ່ຮ່າໂນ້ຍ ໄດ້ຈັດຕັ້ງການໂອ້ລົມສົນທະນາສື່ມວນຊົນ ກ່ຽວກັບຫົວຂໍ້ ຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນສ່ວນຫຼາຍລ້ວນແຕ່ເປັນເອກະພາບວ່າ: ຂະແໜງສື່ມວນຊົນຫວຽດນາມ ມີບັນດາຈຸດດີກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ - ຊາຍ  ເມື່ອທຽບກັບຫຼາຍປະເທດໃນພາກພື້ນ, ລະອຽດແມ່ນ ບໍ່ມີຄວາມຜິດດ່ຽງກ່ຽວກັບຈຳນວນພົນລະເມືອງລະຫວ່າງ ຍິງ - ຊາຍ; ແມ່ຍິງ ເລີ່ມມີໂອກາດກ້າວໜ້າດີທີ່ສຸດໃນຂະແໜງສື່ມວນຊົນ ໃນການຄຸ້ມຄອງລະດັບປານກາງ.

        ຫວຽດນາມໄດ້ຮັບການຕີລາຄາວ່າ ແມ່ນແບບຢ່າງພົ້ນເດັ່ນໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະແມ່ນໜຶ່ງໃນບັນດາປະເທດ ທີ່ຮັດແຄບຄວາມແຕກໂຕ່ນກັນລະຫວ່າງ ຍິງ - ຊາຍ  ໄວທີ່ສຸດ ໃນຮອບ 20 ປີຜ່ານມາ. ພິເສດ, ບັນດານັກຂ່າວຍິງ ມີບົດບາດສຳຄັນໃນການຍົກສູງທີ່ຕັ້ງບົດບາດຂອງອາຊີບ, ປົກປ້ອງສິດ, ຜົນປະໂຫຍດຂອງແມ່ຍິງ, ຕໍ່ສູ້ເພື່ອທ່ວງເອົາຄວາມສະເໝີພາບລະຫວ່າງຍິງ - ຊາຍ.


ຕອບກັບ

ຂ່າວ/ບົດ​ອື່ນ