ທ່ານຫງວຽນກວກເກືອງ, ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳອາເມລິກາ
(ພາບ:-VOV)
(vovworld)- ທ່ານຫງວຽນກວກເກືອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ພ້ອມກັບທ່ານເອກອັກຄະລັດຖະທູດບັນດາປະເທດຍີ່ປຸ່ນ, ສິງກະໂປ ແລະ ເປຣູ ຫາກໍ່ມີການພົບປະເຈລະຈາກັບຜູ້ວ່າການລັດຕ່າງໆຂອງອາເມລິກາຄື: ລັດ Wisconsin, Iowa, Daleware, Mississippi, Colorado, Utah, ແລະ ຄະນະການນຳສະຫະສະມາຄົມຜູ້ວ່າການແຫ່ງຊາດກ່ຽວກັບສັນຍາຄູ່ຮ່ວມມືເຂດປາຊີຝິກ (TPP). ທ່ານເອກອັກຄະລັດຖະທູດຫງວຽນກວກເກືອງ ແບ່ງປັນກັບບັນດາທ່ານຜູ້ວ່າການລັດກ່ຽວກັບສະພາບການເສດຖະກິດ-ການຄ້າລະຫວ່າງຫວຽດນາມ-ອາເມລິກາ ທີ່ພວມມີບັນດາບາດກ້າວພັດທະນາຕັ້ງໜ້າໃນໄລຍະຜ່ານມາ ດ້ວຍລະດັບການເຕີບໂຕກ່ວາ 140% ໃນຮອບເວລາ 5ປີ, ໃນນັ້ນ ຂົງເຂດກະສິກຳເພີ່ມຂຶ້ນກ່ວາ 200% ແລະ ເຊື່ອໝັ້ນວ່າໝາກຜົນນີ້ຈະສືບຕໍ່ເພີ່ມຂຶ້ນເມື່ອການເຈລະຈາ TPP ສິ້ນສຸດລົງ. ທ່ານເອກອັກຄະລັດຖະທູດກໍ່ຮຽກຮ້ອງໃຫ້ຜູ້ວ່າການລັດຕ່າງໆຂອງອາເມລິກາ ຈົ່ງສະໜັບສະໜູນວິວັດການເຈລະຈາ ເພື່ອຈຸດໝາຍເພີ່ມທະວີການເຊື່ອມໂຍງກັບເສດຖະກິດພາກພື້ນ, ຊຸກຍູ້ບັນດາຈຸດໝາຍພັດທະນາ ແລະ ຊ່ວຍສ້າງວຽກເຮັດງານທຳຢູ່ຫວຽດນາມ, ອາເມລິກາ ແລະ ບັນດາປະເທດສະມາຊິກ TPP ອື່ນໆ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຫງວຽນກວກເກືອງ ແລະ ບັນດາທ່ານເອກອັກຄະລັດຖະທູດ ໄດ້ມີການພົບປະກັບບັນດາວິສາຫະກິດເປັນສະມາຊິກຂອງຫ້ອງການການຄ້ານະຄອນ Milwaukee ໃນນັ້ນມີບັນດາວິສາຫະກິດພວມເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.