ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດ Nguyen Thi Doan ຢູ່ຍີ່ປຸ່ນ

ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດ Nguyen Thi Doan ຢູ່ຍີ່ປຸ່ນ - ảnh 1
ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຢູ່​ຍີ່ປຸ່ນ
( ພາບ; TTXVN )

( vovworld ) -   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຍີ່ປຸ່ນ ​​ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ “ ອະນາຄົດ​ອາຊີ ” ຄັ້ງ​ທີ 18, ​ເຊິ່ງດຳ​ເນີນ​ໄປ​ຢູ່​ໂຕ​ກຽວ ​ແຕ່​ວັນ​ທີ 24 – 25/5, ວັນ​ທີ 23/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ໃຫ້ການ​ຕ້ອນຮັບ​ເຈົ້າ​ຄອງ​ນະຄອນ Nagoya, ທ່ານ Takashi Kawamura. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ Nguyen Thi Doan ​ໄດ້​ຢືນຢັນ​ວ່າ ຍາ​ມໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ຍີ່ປຸ່ນ. ປະຈຸ​ບັນຍີ່ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ສຸດ​ຂອງ​ຫວຽດນາມ ດ້ວຍຍອດວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸກ​ວ່າ 20 ຕື້ USD/ປີ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດຫວັງ​ວ່າ​ ມຸງ​ໄປ​ສູ່ປີມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ປີ 2013, ນະຄອນ Nagoya ຈະ​ສ້າງ​ການ​ພົວພັນ​ກັບ​ນະຄອນ​ໜື່ງຂອງ​ຫວຽດນາມ ໂດຍ​ໄວ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ Nguyen Thi Doan ​ໄດ້​ໄປຢ້ຽມຢາມ​ຫໍພິພິດທະພັນ​ເຕັກນິກ​ອຸດສາ​ຫະກຳ TOYOTA ,  ຢ້ຽມຢາມ​ ​ແລະ ​ໂອ້​ລົມກັບພະນັກງານ​ສະຖານທູດ​ຫວຽດນາມ ​ແລະ ນັກ​ສຶກສາ​ທີ່​ພວມ​ຮໍ່າຮຽນ​ຢູ່​ໂຕ​ກຽວ.

ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດ Nguyen Thi Doan ຢູ່ຍີ່ປຸ່ນ - ảnh 2
( ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​
ແລະອົງ​ມົນ​ກຸດ​ລາຊະ​ກຸມມານຍີ່​ປຸ່ນ Naruhito )

ໃນ​ວັນ​ທີ 24/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ເຂົ້າ​ຢ້ຽມ​ຄໍານັບອົງ​ມົນ​ກຸດ​ລາຊະ​ກຸມມານຍີ່​ປຸ່ນ Naruhito ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ “ ອະນາຄົດ​ອາຊີ ” ຄັ້ງທີ 18. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ຈິດ​ໃຈ ແລະ ​ເຈດ​ຈຳນົງອົງອາດກ້​າແກ່ນ​ຂອງ​ປະຊາຊົນ​ຍີ່ປຸ່ນ ​ໃນ​ການ​ຟື້ນ​ຟູ ​ແລະ ສ້າງສາ​ປະ​ເທດ​ຊາດ​ຄືນ​ໃໝ່​ພາຍຫຼັງ​​ເຫດແຜນ​ດິນ​ໄຫວ ​ແລະ ຄື້ນ​ຍັກ​ເມື່ອ​ປີ 2011, ພ້ອມ​ກັນ​ນັ້ນ​ກໍ​ເນັ້ນ​ໜັກ​ວ່າ ຍາມ​ໃດລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກໍ​ພ້ອມ​​ແລ້ວ​ໃຫ້ການກັນ​ຊ່ວຍ​​ເຫຼືອ​ປະຊາຊົນ​ຍີ່ປຸ່ນ. ອົງ​ມົນ​ກຸດ​ລາຊະ​ກຸມມານ Naruhito ກໍ​ເຊື້ອ​ໝັ້ນ​ວ່າ ​ເລື່ອງ​ທ່ານ​ນາງ​ຮອງປະທານ​ປະ​ເທດ Nguyen Thi Doan ​ເຂົ້າ​ຮ່ວມ​ກອງ​ປະຊຸມ  “ ອະນາຄົດ​ອາຊີ ” ຄັ້ງ​ນີ້​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ປັບ​ປຸງ​ການ​ພົງວພັນ​ຮ່ວມ​ມື​ອັນ​ດີງາມ​ຂອງ​ສອງ​ປະ​ເທດ​ຍິ່ງກວ່າ​ອີກ. ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ເຫັນ​ດີຖື​ເອົາ​ປີ 2013 ​ແມ່ນ​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ສະ​​ເຫຼີມສະຫຼອງ 40 ປີແຫ່ງວັນ​ສ້າງສາ​ຍພົວພັນ​ດ້ານ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ຍູ້​ແຮງ​ການ​ພົວພັນ​ປຊາ​ຊົນ ​ແລະ ​ແລກປ່ຽນ​ວັດທະນະທຳ.

ຂ່າວ/ບົດ​ອື່ນ