ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢູ່ໄທ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢູ່ໄທ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ
ພາບ:internet


(vovworld)-​​ ສືບ​ຕໍ່​ການ​ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 27/6 ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ໄດ້​ໄປ​ຢ້ຽມຢາມ​ແຂວງ ນະຄອນ ພະ​ນົມ. ທ່ານ​ເລຂາທິກ​ານ​ໃຫຍ່​ ຫງວຽນ​ຟູ​ຈ້ອງ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ແຂວງ ນະຄອນ ພະນົມ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະຫນາ​ຢາກ​ແຂວງ ນະຄອນ ພະນົມ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ພາກ​ກາງ​ຫວຽດນາມ.

​ແລະ​ກໍ່​ຢູ່​ແຂວງ​ດັ່ງກ່າວ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້ ໄປ ຢ້ຽມຢາມຫໍ​ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມີນ, ໝູ່​ບ້ານ​ມິດຕະພາບ ​ໄທ ຫວຽດນາມ, ພົບ​ປະ​ໂອ້​ລົມ​ກັບ​ພໍ່​ແມ່​ປະຊາຊົນ​ ຫວຽດນາມ ອາ​ໄສ​ຢູ່​ໄທ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​​​ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ກັບ​ຄືນ​ເມືອ​ປະ​ເທດ ສິ້ນ​ສຸດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ​ໃນ​ເວລາ 3 ມື້ ຢ່າງ​ຈົບງາມ. ສິ້ນ​ສຸດ​ການ​ຢ້ຽມຢາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ທ່ານ​ນາງ ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ.

​ກ່ຽວຂ້ອງເຖິງການຢ້ຽມຢາມໄທຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ວັນ​ທີ 27/6, ສື່​ມວນ​ຊົນ​ຕ່າງໆ​ຂອງ​ໄທ​ສືບ​ຕໍ່ອອກ​ຂ່າວ, ບົດ​ວິຈານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງທ່ານ​ເລ​ຂາ​ທິກ​ານ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​ໃນ​ການ​ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ. ສື່​ມວນ​ຊົນ​ໄທ​ ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ​ໄທ ພວມ​ພັດທະນາ​ຢ່າງ​ຈົບງາມ. ການ​ຢ້ຽມຢາມ​ໄທ​ຄັ້ງ​ນີ້​ຂອງ​ ທ່ານ​ເລ​ຂາ​ທິ    ກ​ານ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​ແມ່ນ​ສັນຍາ​ລັກ​ກ່ຽວ​ກັບ​ລະດັບ​ສູງ​ໃຫມ່​ຂອງ​ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ ​ແລະ ​ໄທ, ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແຫນ້ນ​ແຟ້ນ​ໃນ​ອະນາຄົດ ພ້ອມ​ທັງ​ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ເຂັ້ມ​ແຂງ ​ແລະ ໝັ້ນຄົງ.

 

 

 

ຂ່າວ/ບົດ​ອື່ນ