ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງບັນດາສະມາຊິກສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 04 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ.

ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງບັນດາສະມາຊິກສະພາແຫ່ງຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ

(ພາບ: VGP)

ບັນດາຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ ໄດ້ຕີລາຄາສູງຄຸນນະພາບ, ລັກສະນະປະຊາທິປະໄຕຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຜ່ານມາ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນນະຄອນຫາຍຟ່ອງ ຮັບຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງປະເທດຊາດ, ໃນນັ້ນປີ 2017 ແມ່ນປີບັນລຸຜົນສຳເລັດໃນການບໍລິຫານພື້ນຖານເສດຖະກິດ, ດ້ວຍ 13/13 ຄາດໝາຍທີ່ວາງອອກລ້ວນແຕ່ບັນລຸໄດ້ ຫຼື ລື່ນກາຍຄາດໝາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ຕອບຄຳຖາມຂອງບັນດາຜູ້ມີສິດເລືອກຕັ້ງທີ່ກ່ຽວຂ້ອງເຖິງມາດຕະການແກ້ໄຂການພັດທະນາເສດຖະກິດ, ສັງຄົມເພື່ອປະຕິບັດສຳເລັດແຜນການ 5 ປີ 2016 – 2021; ການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ; ນະໂຍບາຍພັດທະນາກະສິກຳເຕັກໂນໂລຊີສູງ; ຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານ…

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພ້ອມກັບສະມາຊິກສະພາແຫ່ງຊາດແຂວງ ຮ່າຕິ້ງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດຶກທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ