ການເຄື່ອນໄຫວພົວພັນຕ່າງປະເທດປີ 2013 ນຳມາເຊິ່ງບັນດາໝາກຜົນລະອຽດ ແລະ ມີກຳລັງແຜ່ຂະຫຍາຍ

ການເຄື່ອນໄຫວພົວພັນຕ່າງປະເທດປີ 2013 ນຳມາເຊິ່ງບັນດາໝາກຜົນລະອຽດ ແລະ ມີກຳລັງແຜ່ຂະຫຍາຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ຕອບສຳພາດນັກຂ່າວ

(vovworld)- ການ​​ເຄື່ອນ​ໄຫວ​ພົວພັນ​ຕ່າງ​ປະ​ເທດ​ປີ 2013 ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ລະອຽດ ​ແລະ ມີ​ກຳລັງ​ແຜ່​ຂະຫຍາຍ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ​ທີ່​ບັນດາ​ການ​ພົບ​ປະ​ກັບ​ບັນດາ​ສຳນັກ​ສື່​ມວນ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ ​ແນ​ໃສ່​​ໃຫ້​ຂ່າ​ວກ່ຽວ​ກັບ​ບັນດາ​ໝາກຜົນຂອງ​ ການ​​ເຄື່ອນ​ໄຫວ​ພົວພັນ​ຕ່າງ​ປະ​ເທດ​ປີ 2013 ກໍ​ຄື​ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ການ​ທູດ​ປີ 2014. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ແລ້ວ, ປີ 2013, ການ​​ເຄື່ອນ​ໄຫວ​ພົວພັນ​ຕ່າງ​ປະ​ເທດ​ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ຈຸດ​ສຸມ, ມີ​ລັກສະນະ​ຮອບດ້ານ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ກ່າວ​ວ່າ :

   “ ປີ 2013, ຫວຽດນາມ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ໄທ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ອີ​ຕາ​ລີ ​ແລະ ຝະລັ່ງ​. ຫວຽດນາມ ​ແລະ ສະຫະລັດອາ​ເມ​ລິ​ກາ ກໍ​ໄດ້​ສ້າງ​ຂອບ​ເຂດ ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມືຮອບດ້ານ. ບັນດາ​ຂອບ​ເຂດ​ການ​ພົວພັນ​ນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ທຸກ​ດ້ານ ຈາກ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ຫວຽດນາມ ຕະຫຼອດ​ຮອດ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ , ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ, ການ​ລົງທຶນ....”

     ນອກຈາກ​ນັ້ນ, ຫວຽດນາມ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ​ແລະ ຄະນະ​ກຳມາ​ທິການ​ມໍລະດົກ​ໂລກ.  ສານ​ຂອງ​ຫວຽດນາມ​ທີ່​ວ່າ “ ສ້າງ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ” ​ໃນ​ການ​ພົວພັນ​ສາກົນ, ​ໄດ້​ຮັບ​ການ​ຍ້ອງຍໍຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ.

ຂ່າວ/ບົດ​ອື່ນ