ການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງເພື່ອຄົນທຸກຍາກໃນໂອກາດບຸນປີໃໝ່ປີຈໍ 2018

(VOVWORLD) -  ຢູ່ແຂວງ ເກີນເທີ, ຄະນະກຳມະການປະຊາຊົນນະຄອນ ເກີນເທີ ກໍ່ໄດ້ຈັດຕັ້ງພິທີເປີດສະຫຼອງ, ມອບ - ຮັບຂົວຄົມມະນາຄົມຊົນນະບົດ 2 ແຫ່ງ 
ການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງເພື່ອຄົນທຸກຍາກໃນໂອກາດບຸນປີໃໝ່ປີຈໍ 2018 - ảnh 1 ບັນດາຄອບຄົວທຸກຍາກໄດ້ຮັບລາງວັນໃນຄັ້ງນີ້

ວັນທີ 17 ມັງກອນ, ຄະນະກຳມະການປະຊາຊົນແຂວງ ບີ່ງເຢືອງ ໄດ້ຈັດຕັ້ງລາຍການ “ບຸນເຕັດເພື່ອຄົນທຸກຍາກ ຕິດພັນກັບວັນບຸນບໍລິຈາກເລືອດ ລະດູບານໃໝ່ -  ລະດູບານໃໝ່ປີ ຈໍ 2018”. ທີ່ພິທີ, ຄະນະກຳມະການປະຊາຊົນແຂວງ ໄດ້ມອບຂອງຂວັນບຸນປີໃໝ່ປະຈຳຊາດປີຈໍ 200 ພູດໃຫ້ສະມາຊິກສະມາຄົມຄົນຕາບອດ ແຂວງ, ສະມາຊິກສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສ  ົ້ມ/ດີໂອຊິນ ແຂວງ ແລະ ເດັກນ້ອຍຢູ່ສູນສອນວິຊາຊີບໃຫ້ຄົນພິການ. ເນື່ອງໃນໂອກາດນີ້, ແຂວງ ບິ່ງເຢືອງ ໄດ້ປຸກລະດົມບັນດາອົງການຈັດຕັ້ງ, ບຸກຄົນທີ່ຢູ່ພາຍໃນ ແລະ ນອກແຂວງສືບຕໍ່ສະໜັບສະໜູນລາຍການບຸນເຕັດເພື່ອຄົນທຸກຍາກ, ຕັ້ງໜ້າປະກອບສ່ວນໃຫ້ບັນດາໂຄງການຂອງສະພາກາແດງທຸກຂັ້ນ, ປະກອບສ່ວນຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນຊີວິດສັງຄົມ, ຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່, ຕົວເມືອງສະຫຼາດ.

        ຢູ່ແຂວງ ເກີນເທີ, ຄະນະກຳມະການປະຊາຊົນນະຄອນ ເກີນເທີ ກໍ່ໄດ້ຈັດຕັ້ງພິທີເປີດສະຫຼອງ, ມອບ - ຮັບຂົວຄົມມະນາຄົມຊົນນະບົດ 2 ແຫ່ງ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກຢູ່ບັນດາຕາແສງ ດົງຫຽບ, ເມືອງ ເກີ່ດໍ໋, ເກີນເທີ. ເນື່ອງໃນໂອກາດນີ້, ການນຳນະຄອນ ເກີນເທີ ກໍ່ໄດ້ມອບຂອງຂວັນບຸນເຕັດ 200 ພູດໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງຕາແສງ ດົງຫຽບ ຕາມໂຄງການເບິ່ງແຍງດູແລບຸນປີໃໝ່ປະຈຳຊາດປີຈໍ 2018 ໃຫ້ຄົນທຸກຍາກຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ