(vovworld) – ໃນຊຸມວັນນີ້, ຢູ່ຫວຽດນາມ ແລະ ລາວ ພວມເຄື່ອນໄຫວບັນດາການເຄື່ອນໄຫວສາມັກຄີມິດຕະພາບ ແລະ ການຮ່ວມມື. ໃນສັບປະດາວັດທະນະທຳຫວຽດນາມ ປະຈຳລາວ ແລະ ຊຸມວັນວັດທະນະທຳຢູ່ລາວປະຈຳຫວຽດນາມ ໄດ້ດຳເນີນໄປພ້ອມກັນແຕ່ວັນທີ 16 – 21/7. ພ້ອມກັນນັ້ນແມ່ນງານມະໂຫລານສາມັກຄີມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ຢູ່ຮ່າໂນ້ຍ, ນິງບິ່ງ ແລະ ຕວຽນກວາງ ແຕ່ວັນທີ 15 – 21/7. ໃນຂະນະນັ້ນ, ຕອນຄໍ່າວັນທີ 17/7, ຢູ່ໂຮງນະຄອນໃຫຍ່ (ຮ່າໂນ້ຍ), ໄດ້ດຳເນີນລາຍການສິລະປະ, ໄຂສັບປະດາວັດທະນະທຳລາວຢູ່ຫວຽດນາມ. ນະທີ່ນີ້, ບັນດານັກສິລະປິນໄດ້ສະແດງບັນດາລາຍການຮອງເພງ, ຟ້ອນຍ້ອງຍໍປະເທດຊາດ ແລະ ບ້ານເກີດເມືອງນອນຄື: ນະຄອນວຽງຈັນທີ່ສວຍງາມ, ສາມັກຄີມິດຕະພາບລາວ - ຫວຽດນາມ … ບັນດາລາຍການຟ້ອນຄື: ຕ້ອນຮັບແສງຕາເວັນ, ຊາຍຍິງເຜົ່າເມຍ, ດຶງໃຍ…
ໃນຂອບເຂດ “ສັບປະດາວັດທະນະທຳລາວ ຢູ່ຫວຽດນາມ” ແຕ່ວັນທີ 15 – 21/7 ຍັງດຳເນີນບັນດາການເຄື່ອນໄຫວວັດທະນະທຳຄື ງານວາງສະແດງວິຈິດຕະກຳ, ສາຍຟີ້ມຮູບຫງົາລາວ, ງານວາງສະແດງຮູບພາບໂຄສະນາກ່ຽວກັບປະເທດຊາດ ແລະ ຊາວລາວ ແລະ ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດລາວ - ຫວຽດນາມ.