ການເຄື່ອນໄຫວຢູ່ລັດເຊຍຂອງປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ


ການເຄື່ອນໄຫວຢູ່ລັດເຊຍຂອງປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພົບ​ປະ​ກັບ​ບັນ​ດາ​ເພື່ອນ​ລັດ​ເຊຍ

(vovworld)- ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລັດ​ເຊຍ, ຕອນ​ຄ່ຳ​ວັນ​ທີ 8/5, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ, ຜູ້​ແທນ​ປະ​ເທດ​ຕ່າງໆ ເຂົ້າ​ຮ່ວມ​ງານ​ລ້ຽງ​ຂ່ຳ​ນັບ​ຮັບ​ຕ້ອນ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ຟາດ​ຊິດຂອງ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິ​ນ.

    ກ່ອນ​ໜ້ານັ້ນ, ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ພົບ​ປະ ແລະ ໂອ້​ລົມ​ກັບ​ວົງ​ຄະ​ນະ​ຍາດ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ມົດ​ສະ​ກູ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຫວັງ​ວ່າ ບັນ​ດາ​ນັກ​ທຸ​ລະ​ກິດ, ວົງ​ຄະ​ນະ​ຍາດ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ມົດ​ສະ​ກູ ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ວົງ​ຄະ​ນະ​ຍາດ​ປະ​ຈຳ​ຖິ່ນ, ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ການ​ຄ້າ​ທີ່​ມີ​ຕໍ່​ຄູ່​ຮ່ວມ​ມື. ພ້ອມ​ກັນ​ຮັກ​ສາ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ.

 

ຂ່າວ/ບົດ​ອື່ນ