ຜູ້ແທນເຂົ້າຮ່ວມການສະເຫຼີມສະຫຼອງວັນອາຊຽນ ຢູ່ນະຄອນ ໂອຕາວາ
(ພາບ: vietnamplus.vn)
(vovworld) - ວັນທີ 13 ສິງຫາ, ຄະນະກຳມະຫານສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ໂອຕາວາ, ປະເທດ ການາດາ, ໄດ້ຈັດການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນອາຊຽນ ຢູ່ນະຄອນ ໂອຕາວາ. ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດມຽນມາ ປະຈຳ ການາດາ Hau Do Suan, ປະທານຄະນະກຳມະການສະຫະສະມາຄົມອາຊຽນ ຢູ່ ໂອຕາວາ ເນັ້ນໜັກເຖິງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນອາຊຽນ ແມ່ນເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງນັກການເມືອງ ແລະ ປະຊາຄົມ ກ່ຽວກັບອາຊຽນທີ່ “ຮ່ວມວິໄສທັດ, ສີສັນ, ປະຊາຄົມໜຶ່ງ”, ແມ່ນປັດໃຈສຳຄັນໃນບັນດາຂອບເຂດຮ່ວມມືໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນໃນພາກພື້ນ ແລະ ຢູ່ໃນໂລກ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ການາດາ John Baird ກໍ່ເນັ້ນໜັກວ່າ ປະຈຸບັນ ອາຊຽນ ແມ່ນໜຶ່ງໃນບຸລິມະສິດນະໂຍບາຍການຕ່າງປະເທດຂອງການາດາ, ບໍ່ ສະເພາະແຕ່ບັນດາການເຄື່ອນໄຫວດ້ານການທູດ, ການຄ້າ, ເສດຖະກິດ ເທົ່ານັ້ນ ຫາກຍັງທັງດ້ານແລກປ່ຽນວັດທະນະທຳ ແລະ ການສຶກສາອີກດ້ວຍ. ທ່ານ Baird ໃຫ້ຮູ້ວ່າ, ທ່ານລັດຖະມົນຕີການຄ້າສາກົນການາດາ Ed Fast ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຢູ່ ບຣຸໄນ ໃນວັນທີ 20 – 21 ສິງຫາ, ເພື່ອພົບປະ ແລະ ປຶກສາຫາລືກັບທຸກຄູ່ຮ່ວມມື ກໍຄືບັນດາສະມາຊິກຂອງສະພາດຳເນີນທຸລະກິດການາດາ - ອາຊຽນ ແລະ ກອງປະຊຸມກ່ຽວກັບການລົງທຶນ ແລະ ດຳເນີນທຸລະກິດຂອງອາຊຽນ ເຊິ່ງຈະດຳເນີນໄປຢູ່ນອກກອງປະຊຸມດັ່ງກ່າວ.