ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຢູ່ລັດເຊຍ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຢູ່ລັດເຊຍ - ảnh 1
ພາບ​ປະ​ກອບ

(vovworld) – ​​ ໃນ​ຊຸມ​ວັນ​ຜ່ານ​ມາ, ບັນ​ຍາ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ ຟາດ​ຊິດ​ ພວມ​ຟົດ​ຟື້ນໃນ​ທົ່ວ​ປະ​ເທດ ລັດ​ເຊຍ ແລະ ພິ​ເສດ​ແມ່ນ​ຢູ່​ນະ​ຄອນຫຼວງ ມົດ​ສ​ກູ. ສະ​ເພາະ​ຢູ່​ນະ​ຄອນຫຼວງ ມົດ​ສ​ກູ ຈະ​​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ 2.200 ຢ່າງໃນ​ລະ​ດັບ​ທົ່ວ​ນະ​ຄອນ. ໄລ່​ສະ​ເພາະ​ໃນ​ທົ່ວ​ປະ​ເທດ ລັດ​ເຊຍ, ​ຈະ​ມີ​ການ​ເຄືອນ​ໄຫວນັບ​ໝື່ນ​ຢ່າງໄດ້​ຮັບ​ການ​ຈັດ​ຂຶ້ນ. ບັນ​ດາ​ວຽກ​ງານ​ກະ​ກຽມ, ເຝິກ​ແອບ​ໃຫ້​ພິ​ທີ​ສວນ​ສະ​ໜາມສະ​ເຫຼີມ​ສະຫຼອງ​ ວັນ​ໄຊ​ຊະ​ນະ 9/5 ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮີບ​ດ່ວນ. ​ຊ່ອງ​ໂທ​ລະ​ພາບ​ຕ່າງໆຂອງ​ລັດ​ເຊຍ ໄດ້​ໃຫ້​ຂ່າວ​ຫຼາຍ​ຢ່າງກ່ຽວ​ກັບ​ບັນ​ຍາ​ກາດ​ສະ​ເຫຼີ​ມ​ສະຫຼອງວັນ​ໄຊ​ຊະ​ນະ​ນີ້​​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ໃນ​ບັນ​ຍາ​ກາດນັ້ນ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ນັ້ນ​ໄດ້​ສ້າງ​​ເປັນຂີດ​ໝາຍ​ທີ່​ແຂງ​ແຮງ ແລະ ກາຍ​ເປັນ​ສານ​ກ່ຽວ​ກັບ​ສັນ​ຕິ​ພາບ​ໃຫ້​ແກ່​ຊາວ ລັດ​ເຊຍ ​ທຸກ​ຄົນ ແລະ ບັນ​ດາ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ທົ່ວ​ໂລກ.

                                             


ຂ່າວ/ບົດ​ອື່ນ