ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດເຊິ່ງເປັນທະຫານເສຍອົງຄະ, ຄົນພິການດີເດັ່ນ.

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດ

ເຊິ່ງເປັນທະຫານເສຍອົງຄະ, ຄົນພິການດີເດັ່ນ

(ພາບ: hcmcpv.org.vn)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ປາດຖະໜາວ່າ, ບັນດານັກທຸລະກິດເຊິ່ງເປັນທະຫານເສຍອົງຄະ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດຂອງຊາດ, ສຶກສາລຸ້ນລູກລຸ້ນຫຼານຮ່ຳຮຽນ, ປະຕິວັດວຽກງານເປັນຢ່າງດີ, ປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີ, ສວຍງາມ.

        ຕອນເຊົ້າວັນທີ 21 ກໍລະກົດ, ທ່ານ ເຈີ່ນແທງເມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ສູງລ້ຽງດູທະຫານເສຍອົງຄະ ແລະ ປິ່ນປົ່ວຜູ້ມີຄຸນງາມຄວາມດີແຂວງຮ່ານາມ.

        ແລະກໍ່ໃນຕອນເຊົ້າວັນທີ 21 ກໍລະກົດ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດງານພົບປະກັບບັນດາພະນັກງານ, ພາລະກອນ, ລັດຖະກອນເຊິ່ງແມ່ນທະຫານເສຍອົງຄະ, ຍາດຕິພີ່ນ້ອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ. ທີ່ການພົບປະ, ທ່ານ ວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ, ໃນຊຸນປີຜ່ານມາ, ຍາມໃດ VOV ກໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນ ດ້ວຍບັນດາວຽກງານແທດຈິງຄື: ເບິ່ງແຍງດູແລຊີວິດຂອງພະນັກງານເຊິ່ງເປັນທະຫານເສຍອົງຄະ, ຍາດຕິພີນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ; ເຂົ້າຮ່ວມການສະໜັບສະໜູນກອງທຶນຕອບບຸນແທນຄຸນ…

ຕອບກັບ

ຂ່າວ/ບົດ​ອື່ນ