ພິທີໂຮມຊຸມນຸມສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍເຈື່ອງຊາ
(ພາບ: nhandan.com.vn)
(vovworld) – ສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍເຈື່ອງຊາ. ວັນທີ 29/4, ກະຊວງປ້ອງກັນປະເທດ ແລະ ກອງທັບເຮືອຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຢູ່ໝູ່ເກາະເຈື່ອງຊາ ແຂວງແຄ໋ງຮ່ວາ ແລະ ເຮືອນຮ້ານ DK1 ແຂວງບ່າເຮ້ຍ - ວຸ້ງເຕົ່າ. ຢູ່ເຈື່ອງຊາ, ພິທີໂຮມຊຸມນຸມສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍເຈື່ອງຊາຖືກຈັດຂຶ້ນຢູ່ບັນດາເກາະ ຊອງຕືໄຕ, ເຈື່ອງຊາ, ອານບາງ… ເປີດສະຫຼອງຫຼາຍກິດຈະກຳຂອງບັນດາແຂວງນະຄອນ, ວິສາຫະກິດສະໜັບສະໜູນ, ມອບໃຫ້ທະຫານເຈື່ອງຊາ. ກອງທັບເຮືອກໍ່ຈັດຕັ້ງພິທີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ບົນທະເລ. ມີຫຼາຍຄະນະປະຕິບັດງານກໍ່ໄປຢ້ຽມຢາມແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບ, ປະຊາຊົນໃນເກາະເຈື່ອງຊາ, ເຮືອນຮ້ານ DK1…
ວັນທີ 27/4, ກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ອະທິປະໄຕທີ່ມີຕໍ່ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ - ກ່ຽວກັບປະຫວັດສາດ ແລະ ນິຕິກຳ“ ໄດ້ໄຂຂຶ້ນຢູ່ນະຄອນກວາງຫງາຍ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ດຣ ຟ້າມດັງເຟືອກ, ຜູ້ອຳນວຍການມະຫາວິທະຍາໄລ ຟ້າມວັນດົ່ງ, ໃຫ້ຮູ້ວ່າ:
“ຫວັງວ່າບັນດາຄວາມເຫັນປະກອບ, ແລະ ປຶກສາຫາລືຢູ່ທີ່ນີ້ ຈະປະກອບສ່ວນເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງອະທິປະໄຕປະຫວັດສາດ, ນິຕິກຳ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ; ທາດແທ້ຂອງການພິພາດໃນປະຈຸບັນ, ບັນດາຂໍ້ລິເລີ່ມ, ສະເໜີບັນດາມາດຕະການເພື່ອຫຼຸດຜ່ອນຄວາມເຄັ້ງຕຶງຢູ່ທະເລຕາເວັນອອກ, ເພີ່ມຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ“