ການເຄື່ອນໄຫວເພື່ອທະເລໝູ່ເກາະບ້ານເກີດເມືອງນອນຄັ້ງທີ 6 ປີ2013

ການເຄື່ອນໄຫວເພື່ອທະເລໝູ່ເກາະບ້ານເກີດເມືອງນອນຄັ້ງທີ 6 ປີ2013 - ảnh 1
​ບັນ​ດານັກ​ສຶກ​ສາເຂົ້າ​ຮ່ວມ​ລາຍ​ການ​
ພາບ:internet


(vovworld)- ລາຍການຖີບ​ລົດ​ຖີບ​ເຊື່ອມ​ຕໍ່​ພາກ​ໃຕ້ ​ແລະ ພາກ​ເຫນືອ ​ຫວຽດນາມ ​​ເພື່ອ​ທະ​ເລ​, ໝູ່​ເກາະ​ບ້ານ​ເກີດ​​ເມືອງ​ນອນ​ຄັ້ງ​ທີ 6 ປີ 2013 ຖືກ​ດ​ຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 6/7 ຢູ່ ​ແຂວງ ບ່າ​ເຮ້ຍ ຫວູງ​ເຕົາ. ​ເຂົ້າ​ຮ່ວມ​ລາຍການ ມີ​ນັກ​ສຶກສາ​ອາສາ​ສະໝັກ 85 ຄົນ ​ແລະ ຈະ​ໄປ​ຜ່ານ 18 ​ແຂວງ,​ ນະຄອນ ຈາກ​ບ່າ​ເຣ້ຍ ຫວູງ​ເຕົາ ຮອດ​ນະຄອນຫລວງ ຮ່າ​ໂນ້ຍ. ​ລາຍການ​ດັ່ງກ່າວ​ຈະ​ດ​ຳ​ເນີນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ຄື: ​ໂຄສະນາ​ກ່ຽວ​ກັບ​ບົດບາດ ​ແລ ຄຸນຄ່າ​ຂອງ​ທະ​ເລ​ໝູ່​ເກາະ​ຫວຽດນາມ, ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສ່ິງ​ແວດ​ລ້ອມ​ທະ​ເລ, ຍົກ​ສູ​ງສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ອັນຕະລາຍ​ຂອງ​ລູກ​ລະ​ເບ​ີດຫລັງ​ສົງຄາມ ​ແລະອື່ນໆ.

ຂ່າວ/ບົດ​ອື່ນ