ການເຄື່ອນໄຫວໃນຂອບເຂດໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2013
ພິທີໄຫວ້ບູຊາພະບີດາ ລາກລອງກວນ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 15/4(ກົງກັບວັນທີ 6/3 ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ, ຄະນະຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2013 ຈັດຕັ້ງພິທີໄຫວ້ບູຊາພະບີດາ ລາກລອງກວນ. ບັນດາຜູ້ແທນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມພິທີຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ພະບີດາ ລາກລອງກວນ ທີ່ໄດ້ກໍ່ຕັ້ງ ແລະ ສ້າງສາປະເທດຊາດຫວຽດນາມ, ພາວະນາພະບີດາ ລາກລອງກວນຊ່ວຍດົນບັນດານໃຫ້ປະເທດຊາດວັດທະນາຖາວອນ, ປະຊາຊົນມີຄວາມອີ່ມໜຳສຳລານ,ມີຄວາມຜາສຸກ ແລະ ໝັ້ນໝາຍຕັດສິນໃຈປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດນາມ ໃຫ້ນັບມື້ນັບພັດທະນາ, ຈະເລີນຮຸ່ງເຮືອງ. ຕໍ່ຈາກນັ້ນ ຢູ່ວິຫານ ພະແມ່ ເອົາເກີ, ຄະນະຈັດຕັ້ງກໍ່ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາພະແມ່ ເອົາເກີ ເຊັ່ນດຽວກັນ.